ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ດັດ​ຊະ​ນີ​ພັ​ດ​ທະ​ນາ​ມະ​ນຸດ​ຢູ່​ໃນ​ລະ​ດັບ​ສູງ

(VOVWORLD) -      ຫວຽດນາມ ຫາກໍຖືກຈັດເຂົ້າກຸ່ມບັນດາປະເທດທີ່ມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງໃນທົ່ວໂລກ, ແຕ່ໄປພ້ອມກັບຄວາມກ້າວໜ້າກະໂດດຂັ້ນນີ້ ກໍຍັງມີກຳລັງກົດດັນທີ່ໃຫຍ່ພໍສົມຄວນ. 
ຫວຽດ​ນາມ ຖືກ​ຈັດ​ເຂົ້າ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ມີ​ດັດ​ຊະ​ນີ​ພັ​ດ​ທະ​ນາ​ມະ​ນຸດ​ຢູ່​ໃນ​ລະ​ດັບ​ສູງ - ảnh 1ພິທີປະກາດບົດລາຍງານ (ພາບ: qdnd.vn) 

ນີ້ແມ່ນໜຶ່ງໃນບັນດາໝາກຜົນສຳຄັນຂອງບົດລາຍງານພັດທະນາມະນຸດທົ່ວໂລກ ປີ 2020 ໂດຍອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ (UNDP) ສົມທົບກັບ ກະຊວງແຜນການ ແລະ ການລົງທຶນປະກາດໃນຕອນບ່າຍວັນທີ 16 ທັນວາ ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີປະກາດບົດລາຍງານ, ທ່ານນາງ Caitlin Wiesen  ຫົວໜ້າຄະນະຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ທີ່ໄດ້ມີແຜນນະໂຍບາຍພັດທະນາໂດຍຖືມະນຸດເປັນໃຈກາງ, ໃຫ້ບຸລິມະສິດແກ່ການພັດທະນາມະນຸດ ແລະ ຊຸກຍູ້ການສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນບັນດາຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຫວຽດນາມ ບັນລຸໄດ້ລະດັບພັດທະນາມະນຸດໃນລະດັບສູງ ແມ່ນຜົນງານທີ່ໜ້າຮັບຮູ້ ແລະ ໄດ້ສ້າງກາລະໂອກາດໃຫ້ພັດທະນາດີກວ່າ ແລະ ໄວກວ່າເກົ່າໃນໄລຍະຈະມາເຖິງ.  ທ່ານນາງ Caitlin Wiesen   ກໍຢັ້ງຢືນວ່າ UNDP ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນຂະບວນວິວັດສ້າງເສັ້ນທາງພັດທະນາ, ເຄົາລົບການຮ່ວມດຳລົງຊີວິດຂອງມະນຸດ ກັບ ຈັກກະວານ.  

ຕອບກັບ

ຂ່າວ/ບົດ​ອື່ນ