ຫວຽດ​ນາມ ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ກັບ ຈີນ ເປັນ​ສຳ​ຄັນ

(VOVWORLD) - ຈີນ ຖື ຫວຽດນາມ ເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດສຳລັບປະເທດບ້ານໃກ້ເຮືອນຄຽງ ຂອງ ຈີນ, ກໍຄື ໃນການພົວພັນລະຫວ່າງ ຈີນ ກັບ ອາຊຽນ.
ຫວຽດ​ນາມ ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ກັບ ຈີນ ເປັນ​ສຳ​ຄັນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ (ພາບ: ກະຊວງການຕ່າງປະເທດ)

ຫວຽດນາມ ຖືການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຈີນ ເປັນສຳຄັນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃນການພົບປະກັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ, ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ ຢັ້ງຢືນວ່າ ຈີນ ຖື ຫວຽດນາມ ເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດສຳລັບປະເທດບ້ານໃກ້ເຮືອນຄຽງ ຂອງ ຈີນ, ກໍຄື ໃນການພົວພັນລະຫວ່າງ ຈີນ ກັບ ອາຊຽນ.

        ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນການຮັດແໜ້ນການຮ່ວມມືໃນທຸກຂົງເຂດໃຫ້ແທດຈິງ, ເລິກເຊິ່ງກວ່າອີກ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ; ເປີດກວ້າງການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ; ແກ້ໄຂຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແກ້ໄຂບັນດາບັນຫາຢູ່ທະເລ ໃຫ້ຖືກຕ້ອງກົມກຽວ.

ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ