ຫວຽດນາມ ຖືບົດບາດຂອງແມ່ຍິງທີ່ເຂົ້າຮ່ວມຮັກສາສັນຕິພາບເປັນສໍາຄັນ

(VOVWORLD) -   ວັນທີ 11 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດດ້ວຍຫົວຂໍ້ວ່າ “ແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ” ພາຍໃຕ້ການເປັນປະທານຂອງທ່ານນາງ Ursula von der Leyen, ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ, ເຊິ່ງເປັນປະເທດປະທານຜັດປ່ຽນເດືອນ ເມສາ 2019 ຂອງ ສະພາຄວາມໝັ້ນຄົງ.      
ຫວຽດນາມ ຖືບົດບາດຂອງແມ່ຍິງທີ່ເຂົ້າຮ່ວມຮັກສາສັນຕິພາບເປັນສໍາຄັນ - ảnh 1 ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທີ່ກອງປະຊຸມປຶກສາຫາລື, ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ກໜັກເຖິງບົດບາດຕັ້ງໜ້າຂອງ ແມ່ຍິງສໍາລັບສັນຕິພາບເວົ້າລວມ ແລະ ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເວົ້າສະເພາະ, ເປັນຕົ້ນແມ່ນ ເພີ່ມທະວີປະສິດທິຜົນໃນການແກ້ໄຂບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງ ແລະ ຊຸກຍູ້ການປະຕິບັດສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ. ທ່ານເລຮວ່າຍຈູງ ຖືວ່າ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ,  ສປຊ ຄວນຊຸກຍູ້ການປະຕິບັດມະຕິເລກທີ 2242 ຂອງ ສະພາຄວາມໝັ້ນຄົງ, ສປຊ ຢ່າງແຮງກວ່າອີກ; ຄົ້ນຄວ້າກ່ຽວກັບບັນດາຮົ້ວກີດຂວາງຂອງແມ່ຍິງເມື່ອເຂົ້າຮ່ວມບັນດາກໍາລັງຮັກສາສັນຕິພາບຢ່າງລະອຽດ ແລະ ສະເໜີມາດຕະການບົນພື້ນຖານຍຸດທະສາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພ້ອມທັງສະເໜີບັນດາປະເທດພັດທະນາ ຍູ້ແຮງການໜູນຊ່ວຍຂໍ້ລິເລີ່ມ Elsie  ເພື່ອແນໃສ່ເພີ່ມທະວີຈໍານວນແມ່ຍິງເຂົ້າຮ່ວມບັນດາກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ