ຫວຽດນາມ ຖືວຽກງານການຕ່າງປະເທດປະຊາຊົນເປັນສຳຄັນພິເສດ

(VOVWORLD) -       ກ່າວຄຳເຫັນທີ່ການພົບປະໃນຕົ້ນລະດູບານໃໝ່ ກັບບັນດາຜູ້ຕາງໜ້າຄະນະທູຕານຸທູດ, ບັນດາອົງການຈັ້ດຕັ້ງບໍ່ຂຶ້ນກັບລັດຖະບານປະຈຳຫວຽດນາມ ໃນຕອນຄ່ຳວັນທີ 25 ມັງກອນ

ຫວຽດນາມ ຖືວຽກງານການຕ່າງປະເທດປະຊາຊົນເປັນສຳຄັນພິເສດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພົບປະກັບຜູ້ເຂົ້າຮ່ວມ

(ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຢືນຢັນວ່າ, ພັກ ແລະ ລັດ ຖືເປັນສຳຄັນວຽກງານການຕ່າງປະເທດປະຊາຊົນ ແລະ ບົດບາດຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ. ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນໃຫ້ຫຼາຍກວ່າອີກ; ສືບຕໍ່ສ້າງເງື່ອນໄຂສະດວກ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງປະຈຳຫວຽດນາມ.

        ໂດຍຕາງໜ້າຄະນະທູຕານຸທູດປະຈຳຮ່າໂນ້ຍ, ທ່ານ Jorge Rondon Uzcategui, ຫົວໜ້າຄະນະທູຕານຸທູດ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ເວເນຊູເອລາ ປະຈຳຫວຽດນາມ ໄດ້ຊົມເຊີຍຫວຽດນາມ ຍ້ອນບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ອວຍພອນໃຫ້ຫວຽດນາມ ສືບຕໍ່ໃນທ່າເຕີບໂຕເສດຖະກິດ, ບັນລຸໄດ້ບັນດາຄວາມກ້າວໜ້າສຳຄັນໃນນະໂຍບາຍການຕ່າງປະເທດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ