ຫວຽດນາມ ຖືເປັນສຳຄັນ ແລະ ຢາກເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານກັບ ອີຣານ

(VOVWORLD) -2 ຝ່າຍໄດ້ເຫັນດີບາງມາດຕະການລະອຽດເພື່ອຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ
ຫວຽດນາມ ຖືເປັນສຳຄັນ ແລະ ຢາກເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານກັບ ອີຣານ - ảnh 1ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 7 ລະຫວ່າງ 2 ກະຊວງການຕ່າງປະເທດທາງໄກ
(ພາບ: hanoimoi.com.vn)

ວັນທີ 15 ມີນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອີຣານ ທ່ານ Reza Zabib ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 7 ລະຫວ່າງ 2 ກະຊວງການຕ່າງປະເທດທາງໄກ.

2 ຝ່າຍໄດ້ເຫັນດີບາງມາດຕະການລະອຽດເພື່ອຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງຄື: ຈັດຕັ້ງການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (ເດືອນ ສິງຫາ 1973 - ສິງຫາ 2023) ໃຫ້ເປັນຢ່າງດີ, ກະກຽມກອງປະຊຸມຄັ້ງທີ 10 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຣານ, ເພີ່ມທະວີການຮ່ວມມືລັດຖະສະພາ, ການພົວພັນແລກປ່ຽນປະຊາຊົນ, ຍູ້ໄວການເຈລະຈາ ແລະ ລົງນາມໃນກອບການຮ່ວມມືໃໝ່ໃນຫຼາຍຂົງເຂດ.

ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ແຈ້ງໃຫ້ຊາບວ່າ ຫວຽດນາມ ໄດ້ເປີດປະຕູດ້ານການທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວສາກົນຄືນໃໝ່ຢ່າງເປັນທາງການແລ້ວ ແລະ ຫວັງວ່າ 2 ຝ່າຍຈະຕັ້ງໜ້າສົມທົບກັນເພື່ອເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດ.

ສ່ວນທ່ານ Reza Zabib ກໍ່ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມ, ຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ ກໍຄືຜົນສຳເລັດຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ