ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ

(VOVWORLD) -ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ.
ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຈີເລ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບ ທ່ານນາງອະດີດປະທານາທິບໍດີ ຈີເລ Michelle Cachelet Jeria
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        ໂດຍຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານນາງອະດີດປະທານາທິບໍດີ ຈີເລ Michelle Cachelet Jeria ໄດ້ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 25 ມີນາ ຫາວັນທີ 03 ເມສາ.

        ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Michelle Cachelet Jeria, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອກັບເພື່ອນມິດ ແລະ ຄູ່ຮ່ວມມືສຳຄັນຢູ່ ອາເມລິກາລາຕິນ ເປັນສຳຄັນ, ໃນນັ້ນມີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຈີເລ; ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ. ສ່ວນທ່ານນາງ Michelle Cachelet Jeria ຢືນຢັນວ່າ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ ກໍ່ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງ ຫວຽດນາມ - ຈີເລ, ກໍ່ຄືການພົວພັນທີ່ສະໜິດແໜ້ນລະຫວ່າງປະຊາຊົນ 2 ປະເທດໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ