ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ
ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ - ảnh 1  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທ່ານນາຍົກລັດຖະມົນຕີ Dato Sri Ismail Sabri bin Yaakob
(ພາບ: TTXVN)

ຕອນບ່າຍວັນທີ 21 ມີນາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ, ສະເໜີໃຫ້ 2 ຝ່າຍຈົ່ງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຍູ້ແຮງບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນມີການເພີ່ມທະວີການພົວພັນລະຫວ່າງພັກຝ່າຍການເມືອງ, ຍູ້ແຮງການຮ່ວມມື 2 ຝ່າຍ ກໍຄືໃນຂອບເຂດ ອາຊຽນ ແລະ ເວທີປາໄສພາກພື້ນ ແລະ ສາກົນ. ກ່ຽວກັບທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ປະເທດຈົ່ງພ້ອມກັນຕັ້ງນ້າປັບປຸງສັນຕິພາບ, ການຮ່ວມມືຢູ່ທະເລຕາເວັນອອກ ເພື່ອແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ສ່ວນທ່ານນາຍົກລັດຖະມົນຕີ Dato Sri Ismail Sabri bin Yaakob ເນັ້ນໜັກວ່າ, ມາເລເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ; ສະແດງຄວາມປາດຖະໜາວ່າ 2 ຝ່າຍຍູ້ແຮງການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ; ທ່ານກໍ່ເຫັນດີເພີ່ມທະວີການພົວພັນຂັ້ນພັກ, ຜ່ານການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ ແລະ ການພົວພັນແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງພັກ ເພື່ອແນໃສ່ຮ່ຳຮຽນເອົາບົດຮຽນຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ