ຫວຽດນາມ - ນິວຊີແລນ ວາງເປົ້າໝາຍຍົກວົງເງິນການຄ້າສອງສົ້ນບັນລຸ 2 ຕື້ USD ໃນປີ 2024

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຢັ້ງຢືນວ່າ: ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ນິວຊີແລນ ໃນໄລຍະຜ່ານມາໄດ້ເຕີບໂຕ ແລະ ພັດທະນາຢ່ງແຮງ.
ຫວຽດນາມ - ນິວຊີແລນ ວາງເປົ້າໝາຍຍົກວົງເງິນການຄ້າສອງສົ້ນບັນລຸ 2 ຕື້ USD ໃນປີ 2024 - ảnh 1ທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ ກ່າວຄຳເຫັນທີ່ພິທີ
(ພາບ:VOV)

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Jacinda Ardern, ນາຍົກລັດຖະມົນຕີ ນິວຊີແລນ ແຕ່ວັນທີ 14 – 17 ພະຈິກ, ຕອນເຊົ້າວັນທີ 15 ພະຈິກ, ສະຖານທູດ ນິວຊີແລນ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ພ້ອມກັນຈັດເຫດການໂອ້ລົມສົນທະນາວິສາຫະກິດ ນິວຊີແລນ - ຫວຽດນາມ.

        ກ່າວຄຳເຫັນໄຂເຫດການ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຢັ້ງຢືນວ່າ: ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ນິວຊີແລນ ໃນໄລຍະຜ່ານມາໄດ້ເຕີບໂຕ ແລະ ພັດທະນາຢ່ງແຮງ. ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ຄື ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນ 59% ໃນຮອບເວລາ 5 ປີຜ່ານມາ (2016 – 2021). ປີກາຍ, ວົງເງິນການຄ້າສອງປະເທດບັນລຸ 2,4 ຕື້ ໂດລານິວຊີແລນ (1,64 ຕື້ USD).

        ສ່ວນທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຖືວ່າ:

        “ດ້ວຍກຳລັງຄວາມສາມາດ, ທ່າແຮງ ແລະ ມີປະສົບການແຖວໜ່າໃນໂລກ ແລະ ພາກພື້ນ, ບັນດາວິສາຫະກິດ ນິວຊີແລນ ອາດສາມາດຄົ້ນຄ້ວາ, ການຮ່ວມມືລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີທ່າແຮງ ແລະ ຄວາມຕ້ອງການພັດທະນາຄື: ວິທະຍາສາດເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ, ການຄົ້ນຄ້ວາ ແລະ ພັດທະນາ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ພະລັງງານໃໝ່, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ, ບັນດາລະບົບສະໜອງສະບຽງອາຫານປອດສານພິດ, ເຕັກໂນໂລຊີຮັບປະກັນຫຼັງການເກັບກູ້ ແລະ ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນຳ້”.

ຕອບກັບ

ຂ່າວ/ບົດ​ອື່ນ