ຫວຽດ​ນາມ - ນິວ​ຊີ​ແລນ: ຮ່ວມ​ມື​ທາງ​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ

(VOVWORLD) -ຕອນເຊົ້າວັນທີ 4 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Auckland , ນິວຊີແລນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ບໍລິສັດ ນິວຊີແລນ.

ຫວຽດ​ນາມ - ນິວ​ຊີ​ແລນ: ຮ່ວມ​ມື​ທາງ​ການ​ຄ້າ - ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານ  Mike Cronin ຜູ້ອຳນວຍການຮັບຜິດຊອບບັນດາບັນຫາຮ່ວມມື, ກຸ່ມບໍລິສັດ Fonterra

ຢູ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໜຶ່ງໃນບັນດາເປົ້າໝາຍຂອງ ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຄັ້ງນີ້ແມ່ນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານການຄ້າ - ການລົງທຶນແມ່ນເສົາຄ້ຳສຳຄັນ.

ໃນການຢ້ຽມຢາມ, ສອງຝ່າຍຈະຈັດຕັ້ງສອງເວທີປາໄສສຳຄັນກ່ຽວກັບການຮ່ວມມືດ້ານການສືກສາ ແລະ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນສອງປະເທດຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ.

ທີ່ການຕ້ອນຮັບ, ທ່ານ ຜູ້ອຳນວຍການຝ່າຍບໍລິຫານ ແລະ ທ່ານ ຫງວຽນເຈືອງຄວາ ຜູ້ອຳນວຍການບໍລິສັດ ເຊິ່ງແມ່ນສອງວິສາຫະກິດຮ່ວມມືກັບ ຫວຽດນາມ ໃນຂົງເຂດການສອນວິຊາຊີບ, ການຮ່ວມມືທາງດ້ານແຮງງານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັ້ກວ່າ ການສຶກສາ ແມ່ນໜຶ່ງໃນບັນດາຂົງເຂດໃຫ້ບຸລິມະສິດດຶງດູດການລົງທຶນ ຂອງ ຫວຽດນາມ, ທ່ານກໍ່ສະເໜີບັນດາວິສາຫະກິດແລກປ່ຽນຢ່າງລະອຽດກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍໂຄງການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ