ຫວຽດນາມ - ນິວຊີແລນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງດີງາມ

(VOVWORLD) -ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ.
ຫວຽດນາມ - ນິວຊີແລນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງດີງາມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງ Tridene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ
(ພາບ: baoquocte.vn)

ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Tridene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ. ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເຊັນໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ຢູ່ນອກສັບປະດາຂັ້ນສູງ APEC ໂດຍໄວ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ; ພ້ອມທັງສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ຜະລິດຕະພັນກະເສດ-ສິນໃນນ້ຳຂອງ ຫວຽດນາມ ໄດ້ສຳຜັດຢ່າງສະດວກກັບຕະຫຼາດ ນິວຊີແລນ ກວ່າອີກ ເພື່ອແນໃສ່ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024; ທ່ານກໍ່ຕີລາຄາສູງ ແລະ ສະເໜີໃຫ້ ນິວຊີແລນ ຮັກສາບັນດາໂຄງການອຸປະຖຳ (ODA) ແລະ ທຶນສຶກສາໃຫ້ພະນັກງານ ແລະ ນັກສຶກສາ ຫວຽດນາມ.

        ສ່ວນທ່ານນາງເອກອັກຄະລັດຖະທູດ Tridene Dobson ໄດ້ແຈ້ງໃຫ້ຊາບວ່າ, ນິວຊີແລນ ພວມຜັນຂະຫຍາຍຫຼາຍໂຄງການໜູນຊ່ວຍການພັດທະນາ ໃຫ້ແກ່ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊົນນະບົດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ