ຫວຽດນາມ - ປອກຕຸຍການ ເພີ່ມທະວີການຮ່ວມມື ດ້ານນິຕິບັນຍັດ

ຫວຽດນາມ - ປອກຕຸຍການ ເພີ່ມທະວີການຮ່ວມມື ດ້ານນິຕິບັນຍັດ - ảnh 1
(ທ່ານ Antonio Filipe, ຮອງ​ປະທານ​ສະພາ​ແຫ່ງ​ຊາດປອກຕຸຍ​ການ)

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ​ແລະ ​ເຮ​ັດວຽກ​ຢູ່ ປອກຕຸຍ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ປອກຕຸຍ​ການ, ຕອນ​ບ່າຍ​ວັນ​ທີ 26/06, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Antonio Filipe, ຮອງ​ປະທານ​ສະພາ​ແຫ່ງ​ຊາດປອກຕຸຍ​ການ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ປອກຕຸຍ​ການ ​ໄດ້​ມີສະຖານກົງສູນ​ກິ​ຕິ​ມະ​ສັກ​ປະຈຳ​ຫວຽດນາມ ​ແລະ ຫວຽດນາມ ປາດ​ຖະໜາຢາກ​ໄດ້​ຮັບ​ການ​ສົມທົບ​ກັນ​ຈາກ​ຝ່າຍປອກຕຸຍ​ການ ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ສະໜັບສະໜູນ​ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ແຕ່ລະ​ປະ​ເທດ​ໃນ​ສະຫະພາ​ບ​ເອີ​ລົບ (EU) ​ເວົ້າ​ສະ​ເພາະ ​ແລະ ກັບ EU ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ເລື່ອງ​ອະນຸມັດ​ຜ່ານ​ສັນ​ຍາ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - EU (PCA) ​ໂດຍ​ໄວ, ລົງ​ນາ​ມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU (FTA) ​ແລະ ຮັບ​ຮູ້​ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ກໍ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະ​ວີ​ບຂອງ​ຫວຽດນາມ, ​ແມ່ນ​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ. ລະ​ເມີດ​ກົດໝາຍ​ສາກົນ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Antonio Filipe ​ໃຫ້​ຮູ້​ວ່າ ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ກອມ​ມູນິດ​ໃນ​ສະພາ​ແຫ່ງ​ຊາດປອກຕຸຍ​ການ ພວມ​ຕິດຕາມ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ​ຢືນຢັນ​ຈະ​ຂົນຂວາຍ, ​ໂຄສະນາ​ໃຫ້​ບັນດາ​ພັກ​ໃນ​ສະພາ​ແຫ່ງ​ຊາດປອກຕຸຍ​ການ ​ເຂົ້າ​ໃຈ, ​ແບ່ງປັນ​ ​ແລະ ສະໜັບສະໜູນ​ຄວາມ​ເປັນ​ທຳ, ສະໜັບສະໜູນ​ການ​ຕໍ່​ສູ້​ທີ່​ເປັນທຳ​ຂອງ​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Antonio Filipe ສະ​ເໜີ​ກັບ​ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດປອກຕຸຍ​ການ ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ ປອກຕຸຍ​ການ - ຫວຽດນາມ ​ແລະ ສະ​ເໜີ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ຫວຽດນາມ - ປອກຕຸຍ​ການ.

ຂ່າວ/ບົດ​ອື່ນ