ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນການເຈລະຈາເອກະສານກ່ຽວກັບຊີວະນາໆພັນຢູ່ນອກເຂດທະເລແຫ່ງຊາດ ຢູ່ ສປຊ

(VOVWORLD) -  ຄະນະເຈລະຈາ ລະຫວ່າງຂະແໜງຂອງ ຫວຽດນາມ ນຳໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມວາລະເຈລະຈາ, ມີບັນດາຂໍ້ສະເໜີ, ປະກອບສ່ວນແທດຈິງໃຫ້ແກ່ຮ່າງເອກະສານ...
ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນການເຈລະຈາເອກະສານກ່ຽວກັບຊີວະນາໆພັນຢູ່ນອກເຂດທະເລແຫ່ງຊາດ ຢູ່ ສປຊ - ảnh 1ກອງປະຊຸມຂອງ ສປຊ (ພາບ: baoquocte.vn)

ວັນທີ 27 ສິງຫາ, ທີ່ການເຈລະຈາຄັ້ງທີ 5 ກອງປະຊຸມລະຫວ່າງລັດຖະບານກ່ຽວກັບການສ້າງເອກະສານນິຕິກຳສາກົນ ໃນຂົງເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງ ທີ່ບັນດາເຂດທະເລນອນຢູ່ນອກບໍລິເວນ BBNJ ຖືກສິ້ນສຸດລົງພາຍຫຼັງເຮັດວຽກມາເປັນເວລາ 2 ອາທິດ.

          ຄະນະເຈລະຈາ ລະຫວ່າງຂະແໜງຂອງ ຫວຽດນາມ ນຳໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມວາລະເຈລະຈາ, ມີບັນດາຂໍ້ສະເໜີ, ປະກອບສ່ວນແທດຈິງໃຫ້ແກ່ຮ່າງເອກະສານ, ປະກອບສ່ວນຕັ້ງໜ້າເຂົ້າໃນວິວັດການກ່ຽວກັບບັນດາບັນຫາໂດຍກົງກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງ ຫວຽດນາມ, ພ້ອມທັງເພື່ອແນໃສ່ປະກອບສ່ວນປະກອບສຽງເວົ້າເພື່ອຜົນປະໂຫຍດລວມຂອງບັນດາປະເທດພວມພັດທະນາ ແລະ ຊຸກຍູ້ບັນດາເນື້ອໃນຂອງຮ່າງເອກະສານເໝາະສົມກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍທະເລສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ