ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄາດໝາຍອັນສູງສົ່ງຂອງ ສປຊ

(VOVWORLD) - ວັນທີ 22 ກັນຍາ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືສຸດຍອດຊຸດທີ 72 ຂອງ ສະມັດຊາໃຫຍ່ ສປຊ ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. 
ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄາດໝາຍອັນສູງສົ່ງຂອງ ສປຊ - ảnh 1 ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ

ວາລະປຶກສາຫາລືປີນີ້ມີຫົວຂໍ້ວ່າ “ສຸມໃສ່ເຂົ້າມະນຸດ: ສູ້ຊົນເພື່ອສັນຕິພາບ ແລະ ຊີວິດອັນດີງາມໃຫ້ທຸກໆຄົນໃນໂລກແບບຍືນຍົງ” ດຶງດູດການເຂົ້າຮ່ວມຂອງການນຳປະເທດ ແລະ ລັດຖະບານເກືອບທັງໝົດຂອງ 193 ປະເທດສະມາຊິກ ສປຊ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບບັນດາບັນຫາພົ້ນເດັ່ນໃນປະຈຸບັນ ສຳລັບໂລກ ແລະ ສປຊ, ບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫານີ້. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເໜີ ບັນດາປະເທດຕັ້ງຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກໆນະໂຍບາຍ ແລະ ການກະທຳເພື່ອປະຕິບັດສຳເລັດໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີງາມກ່ວາໃຫ້ແກ່ປະຊາຊົນທຸກຄົນ; ເນັ້ນໜັກວ່າ ບັນດາປະເທດພວມພັດທະນາຄວນໄດ້ຮັບການຮັບປະກັນມີເງື່ອນໄຂສະດວກກ່ວາ, ມີຫຼາຍແຫຼ່ງກຳລັງກ່ວາ ເພື່ອປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ:

        “ ສປຊ ຕ້ອງເປັນໃຈກາງປະສານງານ ແລະ ຕິດພັນກັບຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ສ້າງລະບົບບັນດາຫຼັກການ ແລະ ມາດຕະຖານຮອບດ້ານກ່ວາ ດ້ວຍກົນໄກຮັບປະກັນພາວະວິໄສ, ຍຸຕິທຳ ແລະ ສະເໝີພາບ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ສປຊ ຕ້ອງມີການປະຕິຮູບຢ່າງຮອບດ້ານ, ຈາກການຈັດຕັ້ງ, ວິທີການເຮັດວຽກ ຕະຫຼອດຮອດບັນດາວິທີການລະດົມກຳລັງ, ຈັດແບ່ງແຫຼ່ງກຳລັງ. ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບຂອງ ສປຊ ຕາມທິດທາງນີ້ ແລະ ຈະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນວິວັດການນີ້.”

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄາດໝາຍອັນສູງສົ່ງຂອງ ສປຊ - ảnh 2

        ກ່ຽວກັບທະເລຕາເວັນອອກ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳບົນພື້ນຖານກົດໝາຍສາກົນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ບັນລຸກົດແຫ່ງການປະພຶດຊອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

        ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານ ສປຊ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ລົງນາມໃນສົນທິສັນຍາຫ້າມອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ