ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມຂັ້ນສູງ ຝລັ່ງໂຟໂກນີ ຄັ້ງທີ 17

(VOVWORLD) -ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການສ້າງ ແລະ ຊຸກຍູ້ເພື່ອໃຫ້ກອງປະຊຸມເຫັນດີເຫັນພ້ອມຮັບຮອງເອົາເອກະສານສະບັບຕ່າງໆ ດ້ວຍເນື້ອໃນຕັ້ງໜ້າທີ່ສຸດ,ເໝາະສົມກັບແຜນນະໂຍບາຍ, ນະໂຍບາຍຂອງຫວຽດນາມ ກໍຄືການປົກປ້ອງສິດຜົນປະໂຫຍດຂອງຫວຽດນາມ ໃນບັນດາບັນຫາທີ່ກ່ຽວຂ້ອງ.

        ເມື່ອຕອບສໍາພາດຕໍ່ນັກຂ່າວ ເນື່ອງໃນໂອກາດສິ້ນສຸດກອງປະຊຸມຂັ້ນສູງຝລັ່ງໂກໂຟນີ ຄັ້ງທີ 17  ເຊິ່ງໄດ້ດໍາເນີນຢູ່ ນະຄອນຫຼວງ Yerevan ປະເທດ ອາກເມນີ, ທ່ານ ເຢືອງຈີ໊ຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ ເຊີແນວ ຢັ້ງຢືນວ່າ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ນໍາໜ້າຄະນະຜູ້ແນນຫວຽດນາມເຂົ້າຮ່ວມກອງປະຊຸມ ໂດຍມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສໍາເລັດຂອງກອງປະຊຸມ. ລະອຽດ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການສ້າງ ແລະ ຊຸກຍູ້ເພື່ອໃຫ້ກອງປະຊຸມເຫັນດີເຫັນພ້ອມຮັບຮອງເອົາເອກະສານສະບັບຕ່າງໆ ດ້ວຍເນື້ອໃນຕັ້ງໜ້າທີ່ສຸດ, ເໝາະສົມກັບແຜນນະໂຍບາຍ, ນະໂຍບາຍຂອງຫວຽດນາມ ກໍຄືການປົກປ້ອງສິດຜົນປະໂຫຍດຂອງຫວຽດນາມ ໃນບັນດາບັນຫາທີ່ກ່ຽວຂ້ອງ. ພິເສດ, ບັນດາເອກະສານສະບັບຕ່າງໆຂອງກອງປະຊຸມ ສືບຕໍ່ຍົກໃຫ້ເຫັນຄວາມສົນໃຈຂອງອົງການສາກົນ ຝລັ່ງໂຟໂກນີ ກ່ຽວກັບສະພາບການສັບສົນຢູ່ທະເລຕາເວັນອອກ. ຫວຽດນາມ ກໍເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຄວາມໄວ້າງໃຈ ເລືອກຕັ້ງເປັນຮອງປະທານກອງປະຊຸມ. ບັນດາການພົບປະສອງຝ່າຍຢູ່ນອກກອງປະຊຸມ ໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດ, ປຸກລະດົມບັນດາປະເທດ ສະໜັບສະໜູນຫວຽດນາມ ເປັນສະມາຊິກບໍ່ປະຈໍາສະພາຄວາມໝັ້ນຄົງ, ສະຫະປະຊາຊດ ອາຍຸການ 2020 - 2021.

ຕອບກັບ

ຂ່າວ/ບົດ​ອື່ນ