ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ - ảnh 1
ຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ 20
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຄື​ດັ່ງ​ພວກ​ເຮົາໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ຖືກ​ອັດ​ລົງ​ໃນ​ວັນ​ທີ 4/4 ຢູ່ກຳ​ປູ​ເຈຍ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​​ດນາມ Pham Binh Minh, ສະມາຊິກ​​ໃນ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມຢືນຢັນ​ວ່າ: ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ຕາມ​ທ່ານ​ລັດຖະມົນຕີ Pham Binh Minh ​ແລ້ວ, ​ໂດຍສືບ​ຕໍ່ທິດ​ນຳ “​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ”, ທີ່​ກ​ອງປະຊຸມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ນຳ​ໜ້າ ​ໄດ​້ມີ​​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ບັນດາ​ບັນຫາ​​ບຸລິມະສິດ​ຂອງ​ອາ​ຊຽນ ​ແລະ ພາກ​ພື້ນ ກໍ​ຄື​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ. ທ່ານ ລັດຖະມົນຕີ Pham Binh Minh ​ເວົ້າ​ວ່າ:

“ພວກ​ເຮົາ​ປະກອບບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ປະຕິບັດ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ພິ​ເສດ​ແມ່ນ ​ເອົາ​ໃຈ​ໃສ່​ເຖິງ​ໂຄງການ​ເຊື່ອມ​ຕໍ​່ໃນ​ພາກ​ພື້ນ: ​ເຊື່ອມ​ຕໍ່ຄົມມະນາຄົມ​ທາງ​ບົກ, ທ່າ​ກຳ​ປ່ັນ ກໍ​ຄື​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຫຼຸດຜ່ອນ​ຊ່ອງ​ວ່າງ​ການ​ພັດທະນາ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ. ທີ່ 2 ​ແມ່ນ, ພວກ​ເຮົາ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ອາ​ຊຽນ, ​ໃນ​ນັ້ນ, ຊຸກຍູ້​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ​ຄື: ARF .​.​.​ ກໍ​ຄື​ເພີ່​ມທະວີ​ການ​ສົມທົບ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ບັນຫາ​ທີ 3 ​ແມ່ນ, ພວກ​ເຮົາ​ປະກອບບັນດາ​ມາດ​ຕະການ​ເພີ່​ມທະວີ​ບົດບາດ​ຂອງ​ອາ​ຊຽນ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ສຳລັບບັນຫາ​ທະ​ເລ​ຕາ​ເວັນ​ອອກ. ພວກ​ເຮົາ​ກໍ​ສະ​ເໜີ​ມາດ​ຕະການ​ຕ່າງໆ ​ເພື່ອ​ເພີ່ມ​ທະວີ​ການ​ນຳ​ໃຊ້​​ແຫຼ່ງນ້ຳ ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ”

ຄະນະຜູ້​ແທນ​ຫວຽດນາມ ກໍ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຮຽບຮຽງ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ ​ເພື່ອ​ເຮັດ​ໃຫ້​ບັນດາ​ເອກ​ະສານ​ດັ່ງກ່າວ​ສ່ອງ​ແສງ​​ໄດ້ບັນດາ​ບັນຫາ​ຈຸດ​ສຸມ​ບຸລິມະສິດ​ຂອງ​ອາ​ຊຽນ ​ແລະ ພາກ​ພື້ນ, ພິ​ເສດ​​ແມ່ນ​ກ່ຽວ​ກັບ​ຄວາມ​ສາມັກຄີ, ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນ​ຄົງ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ