ຫວຽດ​ນາມ ປ​ະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະ​ທານ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 20 ຢ່າງ​ຈ​ົບ​ງາມ

(VOVWORLD) -ກອງປະຊຸມໃຫຍ່ໄດ້ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ VECONAC ຄັ້ງທີ 19; ປຶກສາຫາລືຮ່າງມະຕິກອງປະຊຸມໃຫຍ່ VECONAC – 20; ລົງຄະແນນສຽງຮັບຮອງເອົາປະເທດປະທານ VECONAC ປີຕໍ່ໄປ ແລະ ອອກຖະແຫຼງການຮ່ວມຂອງກອງປະຊຸມໃຫຍ່ VECONAC – 20.
ຫວຽດ​ນາມ ປ​ະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະ​ທານ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 20 ຢ່າງ​ຈ​ົບ​ງາມ - ảnh 1ທ່ານ ພົນໂທ ຫງວຽນວັນເດືອກ, ປະທານສະຫະພັນນັກຮົບເກົ່າ ຫວຽດນາມ, ປະທານ VECONAC – 20 ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: qdnd.vn)

ຕອນບ່າຍວັນທີ 15 ທັນວາ, ກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າບັນດາປະເທດ ອາຊຽນ ຄັ້ງທີ 20 (VECONAC – 20) ຖືກໄຂຂຶ້ນຕາມຮູບການທາງໄກ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຫງວຽນວັນເດືອກ, ປະທານສະຫະພັນນັກຮົບເກົ່າ ຫວຽດນາມ, ປະທານ VECONAC – 20. ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ຕາງໜ້າການນຳສະຫະພັນ, ອົງການຈັດຕັ້ງນັກຮົບເກົ່າບັນດາປະເທດສະມາຊິກ.

ກອງປະຊຸມໃຫຍ່ໄດ້ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ VECONAC ຄັ້ງທີ 19; ປຶກສາຫາລືຮ່າງມະຕິກອງປະຊຸມໃຫຍ່ VECONAC – 20; ລົງຄະແນນສຽງຮັບຮອງເອົາປະເທດປະທານ VECONAC ປີຕໍ່ໄປ ແລະ ອອກຖະແຫຼງການຮ່ວມຂອງກອງປະຊຸມໃຫຍ່ VECONAC – 20.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານພົນໂທ ຫງວຽນວັນເດືອກ ໃຫ້ຮູ້ວ່າ ໂດຍປະຕິບັດບົດບາດເປັນປະທານ VECONAC – 2020, ສະຫະພັນນັກຮົບເກົ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ສຳຄັນ ໂດຍ VECONAC ມອບໝາຍໃຫ້. ໃນກອງປະຊຸມໃຫຍ່ VECONAC – 20, ທ່ານພົນໂທ ຫງວຽນວັນເດືອກ ໄດ້ມອບໜ້າທີ່ປະທານ VECONAC ອາຍຸການ ປີ 2022 ໃຫ້ແກ່ທ່ານພົນເອກ Santasana Nantibhakhirund, ຫົວໜ້າສະຫະພັນນັກຮົບເກົ່າ ໄທ.

 

ຕອບກັບ

ຂ່າວ/ບົດ​ອື່ນ