ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດເປັນ​ປະ​ທາ​ນ​ຮ່ວມ​ໂຄງ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ OECD ອາ​ຍຸ​ການ 2022 – 2025 ຢ່າງ​ດີ​ເລີດ

(VOVWORLD) - ວັນທີ 2 ພຶດສະພາ, ຢູ່ນະຄອນຫຼວງ ບາງກອກ ປະເທດໄທ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “OECD ແລະ ອາຊີຕາເວັນອອກສ່ຽງໃຕ້: ການພົວພັນຄູ່ຮ່ວມມືເພື່ອຄວາມວັດທະນາຖາວອນ”.
ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດເປັນ​ປະ​ທາ​ນ​ຮ່ວມ​ໂຄງ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ OECD ອາ​ຍຸ​ການ 2022 – 2025 ຢ່າງ​ດີ​ເລີດ - ảnh 1 ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນ (ພາບ: VOV)

 ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ ດ້ວຍຖານະເປັນປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ອາຍຸການ 2022 – 2025.

ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ - OECD, ບັນລຸໄດ້ຫຼາຍຜົນງານຕັ້ງໜ້າ, ປະກອບສ່ວນເຂົ້າໃນວິວັດທະນາການປະຕິຮູບເສດຖະກິດ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ການພັດທະນາແບບຍືນຍົງ, ກວມລວມ.  ທ່ານນາງ ຫງວຽນມິງຮັ່ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ໂຄງການ SEARP ແລະ ສາຍພົວພັນຄູ່ຮ່ວມມືລະຫວ່າງ OECD ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາກົນໄກຂອງ OECD.

ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດເປັນ​ປະ​ທາ​ນ​ຮ່ວມ​ໂຄງ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ OECD ອາ​ຍຸ​ການ 2022 – 2025 ຢ່າງ​ດີ​ເລີດ - ảnh 2ທ່ານເລຂາທິການໃຫຍ່ອົງການ OECD Mathias Cormann ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນສັງກາດພັດທະນາໃໝ່ (ພາບ: VOV)

ທ່ານເລຂາທິການໃຫຍ່ອົງການ OECD Mathias Cormann ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ, ຢັ້ງຢືນພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນສັງກາດພັດທະນາໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ