ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ທ່ານນາງ ເຈືອງທິມາຍ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືການພົວພັນກັບ ຍີ່ປຸ່ນ ເປັນສຳຄັນ
ຫວຽດນາມ ປາດຖະໜາພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 1ທີ່ການພົບປະເຈລະຈາກັບທ່ານປະທານສະພາສູງ ຍີ່ປຸ່ນ Hidehisa Otsuji
(ພາບ: TTXVN)

        ໃນລະຫວ່າງວັນທີ 09 – 12 ກັນຍາ ປີ 2022, ທີ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ຍີ່ປຸ່ນ, ນຳໜ້າ ມີບັນດາການເຄື່ອນໄຫວແລກປ່ຽນ ແລະ ພົບປະເຈລະຈາກັບທ່ານປະທານສະພາສູງ ຍີ່ປຸ່ນ Hidehisa Otsuji, ທ່ານປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro, ທ່ານທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Tsutomu Takebe; ໄປຢ້ຽມຢາມແຂວງ Hokkaido, ເຊິ່ງແມ່ນແຂວງມີຊາວ ຫວຽດນາມ ກວ່າ 10.000 ຄົນພວມດຳລົງຊີວິດ, ເຮັດວຽກ; ເຂົ້າຮ່ວມງານບຸນ ຫວຽດນາມ ຢູ່ນະຄອນ Sapporo, ເມືອງເອກແຂວງ Hokkaido…

        ທີ່ບັນດາການພົບປະເຈລະຈາ, ທ່ານນາງ ເຈືອງທິມາຍ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືການພົວພັນກັບ ຍີ່ປຸ່ນ ເປັນສຳຄັນ, ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານນາງ ເຈືອງທິມາຍ ສະເໜີໃຫ້ການນຳ ຍີ່ປຸ່ນ ສະໜັບສະໜູນເລື່ອງ 2 ຝ່າຍສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ເສີມຂະຫຍາຍການພົວພັນລະຫວ່າງ 2 ສະພາແຫ່ງຊາດ, ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນຂອງ 2 ປະເທດ, ເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ… ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ