ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ, ຍົກ​ສູງ​ສ​ຽງ​ເວົ້າ ແລະ ບົດ​ບາດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) - ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ.
ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ, ຍົກ​ສູງ​ສ​ຽງ​ເວົ້າ ແລະ ບົດ​ບາດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ - ảnh 1 ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 14 ມິຖຸນາ, ຕອບສຳພາດຕໍ່ນັກຂ່າວກ່ຽວກັບຂ່າວຄາວທີ່ວ່າ ບຣາຊິນ ປະກາດ ຫວຽດນາມ ກາຍເປັນຄູ່ຮ່ວມມືຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ(BRICS),  ຢ່າງເປັນທາງການ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ມີປະສິດທິຜົນ ຫວຽດນາມ ໄດ້, ພວມ ແລະ ຈະມີບັນດາການປະກອບສ່ວນຢ່າງແທ້ຈິງຢູ່ບັນດາກົນໄກ, ອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນເຂົ້າສັນຕິພາບ, ມີສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ແລະ ໃນໂລກ. ພ້ອມກັບການເຂົ້າຮ່ວມບັນດາກົນໄກຫຼາຍຢ່າງຢ່າງຕັ້ງໜ້າຄື ສປຊ, ອາຊຽນ, ເວທີປາໄສການຮ່ວມມເສດຖະກິດ ອາຊີ ປາຊີຟິກ (APEC)… ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ