ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ບັນລຸປະສິດທິຜົນ

(VOVWORLD) -ທ່ານປະທານປະເທດສະເໜີໃຫ້ລັດ Oregon ແບ່ງປັນບົດຮຽນ ແລະ ໜູນຊ່ວຍນັບທັງດ້ານເຕັກນິກ ແລະ ການເງິນ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດພັດທະນາແບບຍືນຍົງ
ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ບັນລຸປະສິດທິຜົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ທ່ານນາງ Kate Brown, ຜູ້ວ່າການລັດ Oregon
(ພາບ :TTXVN)

        ຕອນເຊົ້າວັນທີ 14 ພະຈິກ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Kate Brown, ຜູ້ວ່າການລັດ Oregon (ອາເມລິກາ) ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໃຫ້ນັບມື້ນັບແທດຈິງ, ບັນລຸປະສິດທິຜົນ, ມີສະຖຽນລະພາບ, ພ້ອມກັນມານະພະຍາຍາມມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງ 2 ປະເທດ.

        ທ່ານປະທານປະເທດສະເໜີໃຫ້ລັດ Oregon ແບ່ງປັນບົດຮຽນ ແລະ ໜູນຊ່ວຍນັບທັງດ້ານເຕັກນິກ ແລະ ການເງິນ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດພັດທະນາແບບຍືນຍົງຄື: ການຜະລິດເຕັກໂນໂລຊີສີຂຽວ, ກະສິກຳເຕັກໂນໂລຊີສູງ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ…

        ສ່ວນທ່ານນາງ Kate Brown, ໃຫ້ຮູ້ວ່າ ລັດ Oregon ຈະສືບຕໍ່ຍູ້ແຮງການຮ່ວມມືດ້ານການຄ້າ, ເສດຖະກິດກັບ ຫວຽດນາມ. ທ່ານນາງປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການສຶກສາຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ແລກປ່ຽນນັກສຶກສາ 2 ຝ່າຍ ເພື່ອມີນັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ມະຫາວິທະຍາໄລ Portland ແລະ ນັກສຶກສາລັດ Oregon ມາຮ່ຳຮຽນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ