ຫວຽດນາມ ປາດຖະໜາຢາກຮຽນຮູ້ບັນດາບົດຮຽນປະສົບການຂອງ ອິດສະຣາແອນ ໃນການບຳລຸງກໍ່ສ້າງຜູ້ທີ່ເກັ່ງກ້າສາມາດ

(VOVWORLD) -ຕອນບ່າຍວັນທີ 17 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak ທີ່ພວມຢ້ຽມຢາມຫວຽດນາມ.
ຫວຽດນາມ ປາດຖະໜາຢາກຮຽນຮູ້ບັນດາບົດຮຽນປະສົບການຂອງ ອິດສະຣາແອນ ໃນການບຳລຸງກໍ່ສ້າງຜູ້ທີ່ເກັ່ງກ້າສາມາດ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານອະດີດນາຍົກລັດຖະມົນຕີ ອິດສະຣາແອນ Ehud Barak

     ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອິດສະຣາແອນ ໃນບັນດາຂົງເຂດທີ່ມີທ່າແຮງຄື: ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ພະລັງງານທົດແທນ.... ໃນໄລຍະທີ່ຈະເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ,  ສະຫນັບສະຫນູນເຊິ່ງກັນແລະກັນໃນເວທີປາໄສ ແລະອົງການຈັດຕັ້ງ ສາກົນ; ຍູ້ແຮງການຮ່ວມມືດ້ານການຄ້າ.

        ສ່ວນທ່ານ Ehud Barak ໄດ້ແບ່ງປັນກ່ຽວກັບຂໍກຸນແຈພາໄປເຖິງຜົນ ສຳເລັດຂອງ ອິດສະຣາແອນ, ໃນນັ້ນ ການສຶກສາແມ່ນຂົງເຂດບຸລິມະສິດພິເສດ ຂອງປະເທດນີ້ ແລະ ມີນະໂຍບາຍແກ່ຜູ້ເກັ່ງກ້າສາມາດ.. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານອະດີດນາຍົກລັດຖະມົນຕີ Ehud Barak ໃຫ້ຮູ້ວ່າ ອິດສະຣາແອນ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023 (1993 – 2023).

ຕອບກັບ

ຂ່າວ/ບົດ​ອື່ນ