ຫວຽດນາມ ປາດຖະໜາຢາກໃຫ້ສະຫະປະຊາຊາດສືບຕໍ່ໜູນຊ່ວຍກໍ່ສ້າງ, ພັດທະນາປະເທດ

(VOVWORLD) -ທ່ານ Abdulla Shahid, ປະທານສະມັດຊາໃຫຍ່ສະປະປະຊາຊາດ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຂອງ ຫວຽດນາມ ຕໍ່ເຫດການດັ່ງກ່າວ ກໍຄືການເຄື່ອນໄຫວຂອງສະຫະປະຊາຊາດ.
ຫວຽດນາມ ປາດຖະໜາຢາກໃຫ້ສະຫະປະຊາຊາດສືບຕໍ່ໜູນຊ່ວຍກໍ່ສ້າງ, ພັດທະນາປະເທດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຢ້ຽມຂ່ຳນັບທ່ານ Abdulla Shahid, ປະທານສະມັດຊາໃຫຍ່ສະປະປະຊາຊາດ
(ພາບ: baoquocte.vn)

ຕາມທຳນຽມແລ້ວ, ພາຍຫຼັງການຍື່ນສານຕາຕັ້ງຂອງປະທານປະເທດຕໍ່ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ວັນທີ 03 ມີນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Abdulla Shahid, ປະທານສະມັດຊາໃຫຍ່ສະປະປະຊາຊາດ ຊຸດທີ 76 ຕາມພິທີການທູດ.

        ທີ່ການພົບປະ, ທ່ານປະທານ Abdulla Shahid ໄດ້ແບ່ງປັນການໃຫ້ບຸລິມະສິດທີ່ຈະຊຸກຍູ້ໃນໄລຍະຈະມາເຖິງ, ໃນນັ້ນມີບາງການປຶກສາຫາລືຂັ້ນສູງກ່ຽວກັບການສົ່ງເສີມການທ່ອງທ່ຽວ, ປົກປັກຮັກສາສິ່ງແວດລ້ອມ ແລະ ວາລະປຶກສາຫາລືກ່ຽວກັບບົດລາຍງານໂຄງການດຳເນີນງານຮ່ວມ. ທ່ານປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຂອງ ຫວຽດນາມ ຕໍ່ເຫດການດັ່ງກ່າວ ກໍຄືການເຄື່ອນໄຫວຂອງສະຫະປະຊາຊາດ.

        ສ່ວນທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີໜ້າທີ່ຮັບຜິດຊອບຂອງສະຫະປະຊາຊາດ, ໃນນັ້ນມີການເຄື່ອນໄຫວສຳຄັນຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ສະແດງຄວາມພ້ອມສົມທົບກັນຢ່າງຕັ້ງໜ້າໃນການຜັນຂະຫຍາຍບັນດາບຸລິມະສິດຂອງປະທານສະມັດຊາໃຫຍ່, ພ້ອມກັນນັ້ນ, ກໍ່ປາດຖະໜາວ່າ ສະຫະປະຊາຊາດ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການກໍ່ສ້າງ ແລະ ພັດທະນາປະເທດ ຫວຽດນາມ ກໍຄືຊຸກຍູ້ການປະຕິບັດບັນດາເປົ້າໝາຍລວມຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ