ຫວຽດນາມ ປາດຖະໜາວ່າບັນດາປະເທດເຂດອ່າວຈັດການພົບປະເຈລະຈາໂດຍໄວ

(VOVWORLD) - ວັນທີ 09 ມິຖຸນາ 2017, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີ ໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບສະພາບຄວາມເຄັ່ງຕຶງທາງການທູດລະຫວ່າງ ກາຕາ ແລະ ບາງປະເທດເຂດອ່າວ
ຫວຽດນາມ ປາດຖະໜາວ່າບັນດາປະເທດເຂດອ່າວຈັດການພົບປະເຈລະຈາໂດຍໄວ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ  “ຫວຽດນາມ ມີການພົວພັນຮ່ວມມືອັນດີງາມກັບບັນດາປະເທດຕາເວັນອອກກາງເວົ້າລວມ, ບັນດາປະເທດສະພາຮ່ວມມືເຂດອ່າວ (GCC) ເວົ້າສະເພາະ. ຫວຽດນາມ ປາດຖະໜາວ່າບັນດາປະເທດ ຈັດການພົບປະເຈລະຈາໂດຍໄວ ແນໃສ່ຊອກຫາບັນດາມາດຕະການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດຂອງບັນດາຝ່ານທີ່ກ່ຽວຂ້ອງ, ເພື່ອຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບຂອງພາກພື້ນ”.

 ກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີຢູ່ ອີຣານ, ວັນທີ 09/6/2017, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ ການບຸກໂຈມຕີກໍ່ການຮ້າຍຢູ່ ອີຣານ ເມື່ອວັນທີ 07/06/2017 ນັ້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

     ”ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການບຸກໂຈມຕີກໍ່ການຮ້າຍທີ່ເລັ່ງໃສ່ສາມັນຊົນ ອີຣານ ຫວ່າງແລ້ວນີ້. ແລະ ການກະທຳກໍ່ການຮ້າຍທັງໝົດດ້ວຍທຸກຮູບການລ້ວນແຕ່ຕ້ອງຖືກລົງໂທດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ