ຫວຽດນາມ - ຝລັ່ງ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ປ້ອງກັນຕ້ານອາດຊະຍາກຳ

ຫວຽດນາມ - ຝລັ່ງ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ປ້ອງກັນຕ້ານອາດຊະຍາກຳ - ảnh 1
​ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ ພົບປະກັບ
ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສ.ຝລັ່ງ Bernard Cazeneuve
(ພາບ: cand.com.vn)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 05 – 06/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ, ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສ.ຝລັ່ງ Bernard Cazeneuve. ທີ່​ປະ​ເທດຝລ່ັງ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ກະຊວງ​ພາຍ​ໃນ Bernard Cazeneuve; ພົບ​ປະ​ກັບ​ທ່ານ​ຫົວໜ້າກຳມາທິການ​ປ້ອງ​ກັນຊາ​ດ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ​ສະພາ​ແຫ່ງ​ຊາດ​ຝລັ່ງ Patricia Adam ​ແລ​ະ ຫົວ​ໜ້າ​ຕຳຫຼວດ​ແຫ່ງ​ຊາດ Jean Marc Falcone.

        ​ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​​ອາດຊະຍາ​ກຳປະ​ເພດ​ຕ່າງໆ​ຄື: ອາດຊະຍາ​ກຳ​ມີ​ອົງການ​ຈັດ​ຕັ້ງ, ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ກໍ່​ການ​ຮ້າຍ…. 2 ຝ່າຍ​ກໍ່​ຕົກລົງ​ຄົ້ນຄວ້າ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊິ່ງຫວຽດນາມ ​ແລະ ຝລັ່ງ ມີ​ຄວາມ​ຕ້ອງການ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື; ບຳລຸງ​ສ້າງ, ຝຶກ​ອົບຮົມ​ພະນັກງານ​ປະຕິບັດ​ກົດໝາຍ​ສະ​ເພາະ​ການ​ປ້ອງ​ກັນ, ຕ້ານ​ບັນດາ​ອາດຊະຍາ​ກຳ; ໜູນ​ຊ່ວຍ​ເຄື່ອງ​ອຸປະກອນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນຂ່າວສານ… ​ເພື່ອຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ