ຫວຽດນາມ ພັດທະນາ ແລະມີອິດທິພົນຊື່ສຽງສູງໃນເວທີສາກົນ

(VOVWORLD) - ພາຍໃຕ້ການນຳພາປີຊາສາມາດຂອງພັກ ຫວຽດນາມ ທັງມານະພະຍາຍາມຄວບຄຸມໂລກລະບາດ ທັງຮັກສາໄດ້ທ່າເຕີບໂຕເສດຖະກິດ ໄດ້ເຮັດໃຫ້ ການາດາ ນິຍົມນັບຖື ແລະຢາກຮ່ຳຮຽນເອົາບົດຮຽນຈາກຫວຽດນາມ.

ຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມປະຈຳ Ottawa, ທ່ານ Steve Rutchinski ຜູ້ຕາງຫນ້າ ສະຫະສະມາຄົມ ມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ເນັ້ນຫນັກວ່າ: ຢູ່ ການາດາ, ສະພາບການໂລກລະບາດໂຄວິດ 19 ພວມເກີດຂຶ້ນຢ່າງແຮງໃນທ່າມກາງ ເສດຖະກິດເຕີບໂຕເປັນລົບ, ສະນັ້ນ ເມື່ອເຫັນຮູບພາບປະເທດຫວຽດນາມ ພາຍໃຕ້ການນຳພາປີຊາສາມາດຂອງພັກ ຫວຽດນາມ ທັງມານະພະຍາຍາມຄວບຄຸມໂລກລະບາດ ທັງຮັກສາໄດ້ທ່າເຕີບໂຕເສດຖະກິດ ໄດ້ເຮັດໃຫ້ ການາດາ ນິຍົມນັບຖື ແລະຢາກຮ່ຳຮຽນເອົາບົດຮຽນຈາກຫວຽດນາມ.

ສ່ວນທ່ານ  Vojitech Fillip ຮອງປະທານທີຫນຶ່ງ ສະພາຕ່ຳ ເຊັກໂກ, ປະທານພັກກອມມູນິດ ເຊັກໂກ Morava (KSCM) ໄດ້ຢັ້ງຢືນວ່າ: ບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ ຜ່ານບັນດາຜົນງານຊື່ງຫວຽດນາມ ບັນລຸໄດ້ໃນທຸກຂົງເຂດເສດຖະກິດ ສັງຄົມ ກໍ່ຄື ຍົກສູງອິດທິພົນຊື່ສຽງໃນເວທີສາກົນ.  ການນຳພາຂອງພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບການຢັ້ງຢືນ ດ້ວຍບົດບາດນຳປະເທດຊາດພັດທະນາວ່ອງໄວ, ສະຖຽນລະພາບ ແລະ ນຳເອົາຊີວິດອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ.  ຫວຽດນາມພວມບັນລຸລະດັບເຕີບໂຕສູງ ບໍ່ພຽງແຕ່ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງຢູ່ໃນໂລກ ອີກດ້ວຍ,ອາດກາຍເປັນແບບຢ່າງເພື່ອໃຫ້ບັນດາປະເທດຮ່ຳຮຽນເອົາບົດຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ