ຫວຽດນາມ ພວມດຶງດູດຄວາມສົນໃຈຂອງນັກລົງທຶນ ຈີນ ຫຼາຍຄົນ

(VOVWORLD) - ຫຼາຍວິສາຫະກິດ ຈີນ ສົນໃຈເຖິງການລົງທຶນເຂົ້າບັນດາຂະແໜງປຸງແຕ່ງໄມ້, ຜະລິດເຄື່ອງເຟີນີເຈີ, ລົດຖີບ… ຢູ່ ຫວຽດນາມ

ຫວຽດນາມ ພວມດຶງດູດຄວາມສົນໃຈຂອງນັກລົງທຶນ ຈີນ ຫຼາຍຄົນ - ảnh 1 ວິສາຫະກິດ ຫວຽດນາມ ແນະນຳ ຜະລິດຕະພັນກັບນັກລົງທຶນ ຈີນ

(ພາບ:Thanh Tùng/TTXVN)

ຫວຽດນາມ ພວມດຶງດູດຄວາມສົນໃຈຂອງນັກລົງທຶນ ຈີນ ຫຼາຍຄົນ - ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນທີ່ກອງປະຊຸມສົ່ງເສີມການຄ້າ ການລົງທຶນ ປັກກິ່ງ, ແທງຈີງ, ເຄື໋ອໃບ໋ຢູ່ ຫວຽດນາມ ປີ 2017. ກອງປະຊຸມໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາຢູ່ ນະຄອນ ໂຮ່ຈີມິນ, ສົມທົບກັບສູນສົ່ງເສີມການຄ້າ ການລົງທຶນນະຄອນ ແທງຈີງ (ປະເທດຈີນ) ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ, ໃນວັນທີ 6 ທັນວາ.

        ທີ່ກອງປະຊຸມ, ທ່ານ ເກີ໋ງໄຄ, ປະທານກອງປະຊຸມສົ່ງເສີມພັດທະນາການຕ່າງປະເທດ ວິສາຫະກິດ ນະຄອນ ແທງຈີງ, ໃຫ້ຮູ້ວ່າ: ຫຼາຍວິສາຫະກິດ ຈີນ ສົນໃຈເຖິງການລົງທຶນເຂົ້າບັນດາຂະແໜງປຸງແຕ່ງໄມ້, ຜະລິດເຄື່ອງເຟີນີເຈີ, ລົດຖີບ… ຢູ່ ຫວຽດນາມ, ພ້ອມທັງປາດຖະໜາຢາກຮ່ວມມືກັບວິສາຫະກິດ ຫວຽດນາມ ໃນການຂົນສົ່ງ, ນຳເຂົ້າບັນດາຜະລິດຕະພັນກະເສດ, ໝາກໄມ້ ຜ່ານໂກຕາເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ວິສາຫະກິດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ