ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ

ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ ບຸ່ຍ​ກວາງ​ວີ​ງ ໃນ​ລາຍການ​ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ
(ພາບປະກອບ)

(vovworld) -​ໃນ​ລາຍການ​ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ​ເມື່ອ​ວັນ​ທີ 3/5, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ ບຸ່ຍ​ກວາງ​ວີ​ງ ​ໄດ້​ຕອບ​ຄຳ​ຖາມ ​ຂອງ​ນັກ​ຊ່ຽວຊານ​ເສດຖະກິດ​ຕ່າງປະ​ເທດ​ທີ່​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ກົດໝາຍທີ່​ພວມ​ກໍ່​ໃຫ້​ເກີດ​ການ​ກະທົບ​ທີ່​ຫຍໍ້​ທໍ້​ເຖິງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ຢາກ​ເຂົ້າ​ມາ​ລົງທຶນ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ບັນຫາ​ຊື້​ຂາຍ, ​ໂອນ​ເອົາ ​ແລະ ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ. ທ່ານ​ລັດຖະມົນຕີ​ ບຸ່ຍ​ກວາງ​ວີ​ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​​ພວມ​ພັດທະນາ, ດັ່ງ​ນັ້ນ​ລະບົບ​ກົດໝາຍ​ກໍ່​ພວມ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ. ຫວຽດນາມ​ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ດ້ວຍ​ຈຳນວນ​ທຶນ ກໍ່​ຄື​ຈຳນວນ​ໂຄງການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດນາມ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ກ່ຽວ​ກັບການຊື້​ຂາຍ, ​ໂອນ​ເອົາ ​ແລະ ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ​ເອກະ​ຊົນ. ທ່ານ​ລັດຖະມົນຕີ​ ບຸ່ຍ​ກວາງ​ວີ​ງ ​ເນັ້ນ​ໜັກ​ວ່າ:

        ”​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄາດ​ວ່າ​ພວກ​ເຮົາ​ກໍ່​ຈະ​ມີ​ໝວດ​ສະ​ເພາະກ່ຽວ​ກັບ​ບັນຫາ​ຊື້​ຂາຍ, ​ໂອນ​ເອົາ​ວິ​ສາ​ຫະກິດ, ​ເພາະວ່າ​ມັນ​ແມ່ນ​ບັນຫາ​ທີ່​ເຄັ່ງຮ້ອນ​ໃນ​ຕໍ່ໜ້າ. ທີ​ສອງ​ແມ່ນ​ບັນຫາ​ຄູ່​ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ພາກ​ເອກະ​ຊົນ PPP . ​ໃນ​ປີ​ນີ້, ດຳລັດ​ກ່ຽວ​ກັບ ຄູ່​ຮ່ວມ​ມື​ລະຫວ່າງ​ພາກ​ລັດ - ພາກ​ເອກະ​ຊົນ ຈະ​ໄດ້​ຮັບ​ການ​ປະກາດ​ໃຊ້​ຢ່າງ​ແນ່ນອນ ​ແລະ ມັນ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ບັນດາ​ນັກ​ອຸປະຖຳ​ສາກົນ​ໃນ​ປະຈຸ​ບັນ​ວ່າ​ເໝາະ​ສົມ​ກັບ​ທຳນຽມ​ສາກົນ, ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ ມີ​ລັກສະນະ​ເປັນ​ໄປ​ໄດ້​ຢູ່​ຫວຽດນາມ

        ທ່ານ​ລັດຖະມົນຕີ​ ບຸ່ຍ​ກວາງ​ວີ​ງ ​ຢືນຢັນ​ວ່າ, ​ເມື່ອ​ມີ​ເອກະສານ​ນິຕິ​ກຳ​ໃຫ້​ແກ່​ສອງ​ບັນຫາ​ດັ່ງກ່າວ, ​ແນ່ນອນ​ວ່າ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຈະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ພໍ​ສົມຄວນ.

ຂ່າວ/ບົດ​ອື່ນ