ຫວຽດ​ນາມ ພ້ອມ​ກັບ ສ​ປ​ຊ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດທິ​ຂອງ​ຄົນ​ພິ​ການ

(VOVWORLD) - ແຕ່ວັນທີ 10 – 12 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມຄັ້ງທີ 18 ບັນດາປະເທດສະມາຊິກສົນທິສັນຍາສິດທິຂອງຄົນພິການ (CRPD) ດ້ວຍຫົວຂໍ້ “ເພີ່ມທະວີສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບສິດທິ ແລະ ການປະກອບສ່ວນຂອງຄົນພິການໃນການພັດທະນາສັງຄົມ, ມຸ່ງໄປເຖິງກອງປະຊຸມສຸດຍອດໂລກກ່ຽວກັບການພັດທະນາສັງຄົມ ຄັ້ງທີ 2”.
ຫວຽດ​ນາມ ພ້ອມ​ກັບ ສ​ປ​ຊ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດທິ​ຂອງ​ຄົນ​ພິ​ການ - ảnh 1ກອງປະຊຸມ ຄັ້ງທີ 18 ບັນດາປະເທດສະມາຊິກສົນທິສັນຍາສິດທິຂອງຄົນພິການ (ພາບ: ກະຊວງການຕ່າງປະເທດ)

        ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະປະຈຳ ຫວຽດນາມ ຢູ່ ສປຊ, ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບການຊຸກຍູ້ ແລະ ປົກປ້ອງສິດທິຂອງຄົນພິການ, ໂດຍສະແດງອອກຜ່ານບັນດານະໂຍບາຍ ແລະ ນິຕິກຳ ທີ່ໄດ້ຮັບການປະກາດໃຊ້, ໃນນັ້ນມີກົດໝາຍວ່າດ້ວຍຄົນພິການປີ 2010 ແລະ ການໃຫ້ສັດຕະຍາບັນສົນທິສັນຍາ ສິດທິຂອງຄົນພິການປີ 2014.

        ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນຂົງເຂດນີ້, ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ຮັບປະກັນສິດທິຂອງຄົນພິການຫຼາຍກວ່າອີກ, ມຸ່ງໄປເຖິງສັງຄົມຍຸຕິທຳ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ