ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP ກັບບັນດາປະເທດ
(VOVWORLD) - ທ່ານນາງ Beth Bechdol, ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ, OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ການຕ້ອນຮັບ
(ພາບ: TTXVN)
|
“ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີກັບບັນດາປະເທດມີເງື່ອນໄຂຄ້າຍຄືກັນດ້ານດິນຟ້າອາກາດ ເພື່ອພັດທະນາຜະລິດຕະພັນ OCOP ແລະ ພື້ນຖານກະສິກຳແບບຍືນຍົງ”. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ທີ່ການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງດ້ານກະສິກຳ ທີ່ເຂົ້າຮ່ວມເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບແຕ່ລະຕາແສງມີຜະລິດຕະພັນໜຶ່ງ (OCOP), ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການອາຫານ ແລະ ການກະເສດ (FAO) ຈັດຂຶ້ນໃນຕອນບ່າຍວັນທີ 15 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ສະເໜີໃຫ້ FAO ພ້ອມກັບບັນດາປະເທດ ຮ່ວມເດີນທາງສ້າງຂໍ້ລິເລິມລວມ, ຕິດພັນກັບຄຳໝັ້ນສັນຍາຂອງການນຳຂັ້ນສູງ, ເພ່ືອຮັບປະກັນໃຫ້ປະຊາຊົນໝົດທຸກຄົນ, ພິເສດແມ່ນຊາວກະສິກອນໄດ້ຊົມໃຊ້ຄວາມແທດຈິງຈາກການຮ່ວມມືສາກົນໃນຂະແໜງກະສິກຳ.
ຕີລາຄາສູງຜົນສຳເລັດພົ້ນເດັ່ນຂອງ ຫວຽດນາມ ໃນການພັດທະນາກະສິກຳ, ທ່ານນາງ Beth Bechdol, ຮອງຜູ້ອຳນວຍການໃຫຍ່ FAO ໃຫ້ຂໍ້ສັງເກດວ່າ, OCOP ຂອງ ຫວຽດນາມ ບໍ່ພຽງແຕ່ຊ່ວຍຫັນຜະລິດຕະພັນກະສິກຳຂອງທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ, ຍົກສູງຄຸນນະພາບເທົ່ານັ້ນ, ຫາກຍັງເປິດໂອກາດໃຫ້ແກ່ບັນດາປະເທດຮ່ຳຮຽນ, ແບ່ງປັນ ແລະ ຮ່ວມມືອີກດ້ວຍ.
ເວທີປາໄສຈັດຂຶ້ນໃນວັນທີ 15 ກໍລະກົດ, ຢູ່ ຮ່າໂນເຍ, ເວທີປາໄສແລກປ່ຽນບົດຮຽນຂັ້ນສູງລະຫວ່າງບັນດາພາກພື້ນກ່ຽວກັບຮູບແບບ OCOP, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງກະສິກຳ ແລະ ເຈົ້າໜ້າທີ່ຂັ້ນສູງມາຈາກ 17 ປະເທດອາຊີ ແລະ ອາຟະລິກາ, ລວມມີ: Bhutan, Nepal, Tunisia, Zambia, Zimbabwe, Ghana, Ethiopia, Cameroon, Mozambique, Sierra, Leone, Côte d'Ivoire,, Gabon, ສ.Congo, Malawi, Lesotho, Sudan ໃຕ້ ແລະ ຫວຽດນາມ.