ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ GMS ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ GMS ຊຸກຍູ້ການຮ່ວມມືຢ່າງຮອບດ້ານ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS) ຄັ້ງທີ 19
(ພາບ: kpl.net.la)


(vovworld) – ວັນ​ທີ 11/12, ກອງ​ປະຊຸມ​ລັດຖະມົນຕີ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS) ຄັ້ງທີ 19 ຖືກດຳເນີນຢູ່ນະຄອນຫຼວງວຽງຈັນ.

        ກອງປະຊຸມໄດ້ຮັບຮອງເອົາຂອບ​ເຂດການລົງທຶນຂັ້ນພາກພື້ນ (RIF) ດ້ວຍກວ່າ 200 ໂຄງການເຊິ່ງນອນໃນ 10 ຂົງເຂດ ເພື່ອແນໃສ່​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ອະນຸ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ. ນີ້​ແມ່ນ​ຂອບ​ເຂດການ​ລົງທຶນ​ທີ່​ມີລັກສະນະ​ເປີດ ​ແລະ ຈະ​ໄດ້​ຮັບ​ການ​ເພີ່ມ​ເຕີ່​ມ, ປັບປຸງ​ໃນ​ແຕ່ລະ​ປີ, ​ແມ່ນ​ພື້ນຖານ​ກຳນົດ​ທິດ​ເພື່ອ​ໃຫ້ ADB ຮຽກ​ຮ້ອງ​ບັນດາ​ນັກ​ລົງທຶນ​ອື່ນ​​ເຂົ້າ​ມາ​ລົງທຶນໃຫ້​ແກ່ GMS. ​ຄາດ​ຄະ​ເນ​ວ່າ RIF ​ແມ່ນ​ປະມານ 50 – 60 ຕື້ USD.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ​​ ​ແລະ ການ​ລົງ​ທຶນ​ຫວຽດນາມ​ ຫງວຽນ​ເທ໋​ເຟືອງ ​ເນັ້ນໜັກ​ວ່າ ​ເລື່ອງ RIF ​​ໄດ້​ຮັບ​ການ​ຮັບຮອງ​ເອົາ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື GMS ​ໄລຍະ 2012 – 2022 ​ແລະ ສະ​ເໜີ​ໃຫ້​ບັນດາ​ຝ່າຍ​​ເພີ​່ມທະ​ວີ​ກາ​ນຮ່ວມ​ມືເພື່ອ​ໃຫ້​ GMS ມີ​ລັກສະນະ​ຮ່ວມ​ສ​ຳພັນຢ່າງ​ແໜ້ນ​ແຟ້ນກວ່າ. ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອະ​ນູພາກ​ພື້ນ​ແມ່ນ​ນ້ຳຂອງ​ເປີດ​ກວ້າງ ກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ພາກ​ເອກະ​ຊົນ ກໍ່​ຄື​ບັນດາ​ຝ່າ​ຍທີ່​ກ່ຽວ​ຂ້ອງ​ເພື່ອ​ບັນລຸ​ໄດ້​ວິ​​ໄສ​ທັດ ​ແລະ ຈຸດໝາຍຂອງ GMS.

ຂ່າວ/ບົດ​ອື່ນ