ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ WWF ໃນໄລຍະໃໝ່

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ WWF ໃນໄລຍະໃໝ່, ດ້ວຍວິທີສຳພັດໃໝ່ເພື່ອປະຕິບັດບັນດາເປົ້າໝາຍລວມກ່ຽວກັບການອະນຸລັກຮັກສາທຳມະຊາດໃນໄລຍະປະຈຸບັນ.
ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ WWF ໃນໄລຍະໃໝ່ - ảnh 1ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານນາງ Kirsten Schuijt, ຫົວໜ້າອົງການຈັດຕັ້ງສາກົນກ່ຽວກັບການອະນຸລັກຮັກສາທຳມະຊາດ (WWF)
(ພາບ: VGP)

        ຕອນບ່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານນາງ Kirsten Schuijt, ຫົວໜ້າອົງການຈັດຕັ້ງສາກົນກ່ຽວກັບການອະນຸລັກຮັກສາທຳມະຊາດ (WWF). ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ WWF ໃນໄລຍະໃໝ່, ດ້ວຍວິທີສຳພັດໃໝ່ເພື່ອປະຕິບັດບັນດາເປົ້າໝາຍລວມກ່ຽວກັບການອະນຸລັກຮັກສາທຳມະຊາດໃນໄລຍະປະຈຸບັນ. ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, WWF ສາມາດປະຕິບັດທົດລອງບັນດາຂໍ້ລິເລີ່ມ, ບຸລິມະສິດທີ່ມີລັກສະນະທົ່ວໂລກກ່ຽວກັບການອະນຸລັກຮັກສາທຳມະຊາດ, ຊີວະນາໆພັນຢູ່ ຫວຽດນາມ, ປະກອບສ່ວນແກ້ໄຂບັນດາບັນຫາກີດຂວາງໃຫຍ່ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຈາກນັ້ນ, ຫັນບັນດາຂໍ້ລິເລີ່ມ “ອະນຸລັກຮັກສາທຳມະຊາດເພື່ອພັດທະນາ, ພັດທະນາເພື່ອອະນຸລັກຮັກສາທຳມະຊາດ” ໃຫ້ປະກົນຜົນເປັນຈິງ.

        ສ່ວນທ່ານນາງ Kirsten Schuijt, ເນັ້ນໜັກວ່າ WWF ປາດຖະໜາວ່າ ໃນໄລຍະຈະມາເຖິງ ຈະມີໂອກາດຮ່ວມມືກັບ ຫວຽດນາມ ຕື່ມອີກ ໃນຄວາມມານະພະຍາຍາມຊຸກຍູ້ການອະນຸລັກຮັກສາທຳມະຊາດ, ຊີວະນາໆພັນໃນທົ່ວໂລກ. ຕາມທ່ານນາງ Kirsten Schuijt ແລ້ວ, WWF ຈະຜັນຂະຫຍາຍບາງໂຄງການໃໝ່ກ່ຽວກັບການອະນຸລັກຮັກສາຊີວະນາໆພັນ, ປົກປັກຮັກສາປ່າ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ