ຫວຽດນາມ ພ້ອມແລ້ວສົ່ງນັກຊ່ຽວຊານມີປະສົມການໄປຊ່ວຍ ໂມຊຳບິກ

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານມີປະສົບການໃນຂົງເຂດກະສິກຳ, ການສຶກສາ, ການແພດໄປຊ່ວຍ ໂມຊຳບິກ
ຫວຽດນາມ ພ້ອມແລ້ວສົ່ງນັກຊ່ຽວຊານມີປະສົມການໄປຊ່ວຍ ໂມຊຳບິກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Leonardo Pene, ເອກອັກຄະລັດຖະທູດ ໂມຊຳບິກ

ຕອນບ່າຍວັນທີ 13 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Leonardo Pene, ເອກອັກຄະລັດຖະທູດ ໂມຊຳບິກ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ການທູດ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານມີປະສົບການໃນຂົງເຂດກະສິກຳ, ການສຶກສາ, ການແພດໄປຊ່ວຍ ໂມຊຳບິກ ພັດທະນາບັນດາຂົງເຂດສຳຄັນນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີເປັນເອກະພາບວ່າ 2 ປະເທດຄວນຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂມຊຳບິກ ເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດເຊິ່ງທັງ 2 ຝ່າຍມີຄວາມສາມາດຮ່ວມມື. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ລັດຖະບານ ໂມຊຳບິກ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໂທລະຄົມມະນາຄົມ ຫວຽດນາມ ລົງທຶນຢູ່ປະເທດນີ້ ແລະ ໃຫ້ຮູ້ວ່າ:ຈະສົ່ງບັນດາວິສາຫະກິດໄປຊ່ວຍ ໂມຊຳບິກ ໃນຂົງເຂດກະສິກຳ.

        ສ່ວນທ່ານ ເອກອັກຄະລັດຖະທູດ Leonardo Pene ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ໄດ້ສົ່ງນັກຊ່ຽວຊານເກັ່ງຫຼາຍຄົນໄປຊ່ວຍ ໂມຊຳບິກ ໃນຂົງເຂດກະສິກຳ. ທ່ານເອກອັກຄະລັດຖະທູດປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດສຳຄັນຄື ການແພດ, ການສຶກສາ, ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ