ຫວຽດນາມ- ຟີລິບປິນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ


ຫວຽດນາມ- ຟີລິບປິນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ Albert del Rosaria

(vovworld)- ວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 8 ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ- ຟີ​ລິບ​ປິນ. ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ Albert del Rosaria  ໄດ້​ຕີ​ລາ​ຄາ​ຄືນ​ການ​ປະ​ຕິ​ບັດ​ບັນ​ດາ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ- ຟີ​ລິບ​ປິນ, ພ້ອ​ມທັງວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ. 2 ຝ່າຍ​ຖື​ວ່າ  ຫວຽດ​ນາມ- ຟີ​ລິບ​ປິນຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະ​ສ້າງ​ກຳ​ລັງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃໝ່.  2 ຝ່າຍ​ເຫັນ​ດີ​ຈະ​ຊຸກ​ຍຸ້​ການ​ພົບ​ປະ​ລະ​ຫວ່າງ ວິ​ສາ​ຫະ​ກິດ 2 ປະ​ເທດ​ເພື່ອ​ຍົກ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ເຖິງ 3 ຕື້ USD ຫຼື​ສູງກວ່ານັ້ນ​ໃນ​ປີ​ໜ້າ.
ຂ່າວ/ບົດ​ອື່ນ