ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ

(VOVWORLD) - ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເນັ້ນໜັກເຖິງຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງບັນດາປະເທດ ແມ່ນປັດໃຈສຳຄັນເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ໃນປະຈຸບັນ.
ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ - ảnh 1 ທ່ານພົນເອກ ຟານວັນຢາງ, ກ່າວປາໄສທີ່ກອງປະຊຸມ
(ພາບ: qdnd.vn)

        ວັນທີ 15 ສິງຫາ, ຢູ່ສູນກອງປະຊຸມ - ງານວາງສະແດງ “ຮັກຊາດ” ຢູ່ຊານນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ຈັດວາລະໄຂກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 11 (MCIS-11) ດ້ວຍຫົວຂໍ້ວ່າ: “ສະພາບຕົວຈິງຂອງຄວາມໝັ້ນຄົງທົ່ວໂລກໃນໂລກຫຼາຍຂົ້ວ”.

        ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ, ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມຄົບຄະນະຄັ້ງທີ 2 ຂອງກອງປະຊຸມ. ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເນັ້ນໜັກເຖິງຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງບັນດາປະເທດ ແມ່ນປັດໃຈສຳຄັນເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ໃນປະຈຸບັນ. ທ່ານລັດຖະມົນຕີຢືນຢັນວ່າ, ຫວຽດນາມ ຢືດໝັ້ນຕໍ່ຫຼັກການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ເຄົາລົບກົດໝາຍສາກົນ. ໃນການພົວພັນກັບສາກົນ, ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ, ເປັນເພື່ອນກັບທຸກປະເທດໃນໂລກ, ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນ; ບໍ່ຮ່ວມສຳພັນທະມິດ ແລະ ຮ່ວມສຳພັນດ້ານການທະຫານ; ເຄົາລົບຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ; ໃຫ້ຄຳໝັ້ນສັນຍາ ແລະ ພັນທະສາກົນອັນສູງສົ່ງ; ຍາມໃດກໍ່ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາ, ຄວາມວັດທະນາຖາວອນຂອງໂລກ ແລະ ຢູ່ພາກພື້ນ.

        ຢູ່ນອກກອງປະຊຸມ MCIS-11, ວັນທີ 15 ສິງຫາ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ດຳເນີນການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu. ລັດຖະມົນຕີ 2 ທ່ານໄດ້ເຫັນດີຕໍ່ບັນດາມາດຕະການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລັດເຊຍ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ພົນໂທ ຫຼີຊາງຝູ. ລັດຖະມົນຕີ 2 ທ່ານໄດ້ຢຶນຢັນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ກໍ່ຢູ່ນອກກອງປະຊຸມ MCIS-11, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ມີການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ມົງກົນ; ພົບປະເຈລະຈາກັບພົນເອກ, ເລຂາສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນ ລັດເຊຍ; ພົບປະ 2 ຝ່າຍກັບພົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ