ຫວຽດນາມ ມີທີ່ຕັ້ງພິເສດ ໃນນະໂຍບາຍ ການຕ່າງປະເທດຂອງ Rumani

ຫວຽດນາມ ມີທີ່ຕັ້ງພິເສດ ໃນນະໂຍບາຍ ການຕ່າງປະເທດຂອງ Rumani - ảnh 1
ທ່ານ Valeriu Arteni, ​ເອກ​ອັກຄະ​ລັດຖະທູດ​ Rumani ປະຈຳ​ຫວຽດນາມ
(ພາບ: vietnamplus.vn)


(vovworld) - ຫວຽດນາມ ​ມີ​ທີ່​ຕັ້ງ​ພິ​ເສດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ Rumani. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Valeriu Arteni, ​ເອກ​ອັກຄະ​ລັດຖະທູດ​ Rumani ປະຈຳ​ຫວຽດນາມ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ Rumani (01/12/1981 – 01/12/2013), ​ໂດຍ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ​ແລະ ຄະນະ​ຕິດ​ຕໍ່​ພົວພັນ​ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ຢູ່ Rumani ນະຄອນ​​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ຕອນ​ຄໍ່າ​ວັນ​ທີ 01/12, ຢູ່​ນະຄອນ​ໂຮ່ຈິ​ມິນ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Valeriu Arteni ​ແລ້ວ, ລັດຖະບານ Rumani ພວມ​ປະຕິບັດ​ນະ​ໂຍບາຍຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ, ​ໃຫ້​ບຸລິມະສິດ​ແກ່​ການ​ພັດທະນາ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ Valeriu Arteni ​ໃຫ້​ຮູ້​ວ່າ, Rumani ສະໜັບສະໜູ​ບຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​​ຕັ້ງໜ້າຊຸກຍູ້​ການ​ພົວພັນ​ຮ່ວມມື​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະພາບ​ເອີ​ລົບ, ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ - FTA ​ແລະ ຮັບ​ຮອງ​ເອົາ​ສັນຍາ​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ການຮ່ວມມື​ລະຫວ່າງ​ EU - ຫວຽດນາມ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ