ຫວຽດ​ນາມ ມີ​ທ່າ​ໄດ້​ປຽບ​ຢ່າງ​ຄົບ​ຖ້ວນ ເພື່ອ​ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ລະ​ດັບ​ຕ່ຳ

(VOVWORLD) -   ຫວຽດນາມ ມີຫຼາຍໂອກາດໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນຂະແໜງການບິນ, ອາວະກາດ ແລະ ເຄື່ອງບິນບໍ່ມີຄົນຂັບ ແນໃສ່ພັດທະນາບັນດາຮູບແບບເສດຖະກິດລະດັບຕ່ຳ. 

  ນີ້ແມ່ນຂໍ້ສັງເກດໂດຍນັກຊ່ຽວຊານໄດ້ຍົກອອກມາໃນເວທີປາໄສສາກົນ ເສດຖະກິດລະດັບຕ່ຳ ຫວຽດນາມ ປີ 2025 ດ້ວຍຫວົຂໍ້ “ກຳນົດຈຸດຢືນອະນາຄົດໃຫ້ແກ່ພື້ນຖານເສດຖະກິດລະດັບຕ່ຳຢູ່ ຫວຽດນາມ ປີ 2025 ພາຍໃຕ້ຫົວຂໍ້ “ກຳນົດຢຸດຢືນໃນອະນາຄົດຂອງພື້ນຖານເສດຖະກິດລະດັບຕ່ຳຢູ່ ຫວຽດນາມ - ຈາກນະໂຍບາຍໄປສູ່ພຶດຕິກຳຕົວຈິງ”, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 14 ພະຈິກ ຢູ່ຮ່າໂນ້ຍ.

ຫວຽດ​ນາມ ມີ​ທ່າ​ໄດ້​ປຽບ​ຢ່າງ​ຄົບ​ຖ້ວນ ເພື່ອ​ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ລະ​ດັບ​ຕ່ຳ - ảnh 1 ເວທີປາໄສສາກົນ ເສດຖະກິດລະດັບຕ່ຳ ຫວຽດນາມ ປີ 2025 (ພາບ: VOV)

        ໃນເວທີປາໄສດັ່ງກ່າວ, ບັນດານັກຊ່ຽວຊານ ໄດ້ເຕື້ອງເຖິງບັນດາໂອກາດຂອງ ຫວຽດນາມ ໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນຂະແໜງການບິນ, ອາວະກາດ ແລະ ເຄື່ອງບິນບໍ່ມີຄົນຂັບ ແນໃສ່ພັດທະນາບັນດາຮູບແບບເສດຖະກິດລະດັບຕ່ຳ. ທ່ານ ເຈິ່ນແອັງຕວັນ, ຮອງປະທານເຄືອຂ່າຍກິນບິນ, ອາວະກາດ, ເຄື່ອງບິນບໍ່ມີຄົນຂັບ, ໃຫ້ຂໍ້ສັງເກດວ່າ:

        “ຫວຽດນາມ ມີໂອກາດຢ່າງໃຫຍ່ຫຼວງໃນຂົງເຂດເສດຖະກິດລະດັບຕ່ຳ. ທີໜຶ່ງແມ່ນ, ຫວຽດນາມ ມີພູມສາດການເມືອງທີ່ດີ. ກ່ຽວກັບທີ່ຕັ້ງພູມີປະເທດ, ຫວຽດນາມ ຕັ້ງຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ມີເຂດ logistic ທີ່ສະດວກ. ສຳລັບດ້ານການເມືອງ, ຫວຽດນາມ ເປັນເພື່ອນກັບທຸກປະເທດ, ສະພາບການເມືອງເປັນປົກກະຕິ ໄດ້ຊ່ວຍໃຫ້ບັນດາປະເທດມີຄວາມເຊື່ອໝັ້ນເຂົ້າມາດຳເນີນທຸລະກິດ, ພັດທະນາເຕັກໂນໂລຢີ UAV ຢູ່ ຫວຽດນາມ ຢ່າງສະດວກສະບາຍ. ທີສອງແມ່ນ, ກຳລັງຄວາມສາມາດໃນການຜະລິດຊີ້ນສ່ວນ ແລະ ລະບົບນິເວດຂອງຂະແໜງໜູນຊ່ວຍຂອງ ຫວຽດນາມ ກໍສົມບູນແບບແລ້ວ.”

      

ຕອບກັບ

ຂ່າວ/ບົດ​ອື່ນ