ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 37 ຄົນ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ- 19 ລວມທັງໝົດແມ່ນ 546 ຄົນ, ໃນນັ້ນມີ 302 ຄົນແມ່ນຕິດມາຈາກຕ່າງປະເທດ.

ຕອນບ່າຍວັນທີ 31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 37 ຄົນ, ໃນນັ້ນມີ 26 ຄົນແມ່ນມາຈາກຕ່າງປະເທດ ແລະ ໄດ້ແຍກຕົວໃນທັນທີ, 3 ຄົນຢູ່ນະຄອນໂຮ່ຈີມິນ ແລະ  8 ຄົນຢູ່ແຂວງ ກວາງນາມ. ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ- 19 ລວມທັງໝົດແມ່ນ 546 ຄົນ, ໃນນັ້ນມີ 302 ຄົນແມ່ນຕິດມາຈາກຕ່າງປະເທດ. ຈຳນວນຜູ້ຕິດໃໝ່ທີ່ກ່ຽວຂ້ອງເຖິງ ດ່ານັ້ງ ນັບແຕ່ວັນທີ 25 ກໍລະກົດ ມາຮອດປະຈຸບັນແມ່ນ 104 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ