ຫວຽດນາມ ມີອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງຢືນອັນດັບທີ 2 ໃນອາຊຽນ

ຫວຽດນາມ ມີອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງຢືນອັນດັບທີ 2 ໃນອາຊຽນ - ảnh 1
ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງຢູ່ຫວຽດນາມ
(ພາບ: ພາບອີນດຕີແນດ)

(vovworld) ​ອົງການ​ສະຫະ​ປະຊາ​ຊາດເພື່ອການພັດະນາ (UNDP) ຫາ​ກໍ​ປະ​ກາດກ່ຽວ​ກັບ​ການພັ​ດທະ​ນາ​ມະນຸດ​ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ພົ້ນ​ເດັ່ນ​ຂອງ​ພາກ​ໃຕ້: ຄວາມ​ກ້າວໜ້າ​ຂອງ​ມະນຸດ​ໃນ​ໂລກ​ແຫ່ງ​ຫຼາຍ​ຮູບ​ຫຼາຍ​​ສີ”, ​ໃນ​ນັ້ນ​ໃຫ້​ຮູ້​ວ່າ ອັດຕາສ່ວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ນັບ​ມື້​ນັບ​ສູງຂຶ້ນ, ຕາມ​ບົດ​ລາຍ​ງານ​ແລ້ວ, ຫວຽດນາມ ມີ​ອັດຕາ​ສ່ວນສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ຢືນ​ອັນ​ດັບທີ 2 ​ໃນ​ອາ​ຊຽນ. ຫວຽດນາມ ກໍ​ແມ່ນ​ປະ​ເທດ​ຢືນອັນ​ດັບ​ທີ 3 ໃນອາຊຽນກ່ຽວ​ກັບ​ດັດຊະນີຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ຖັດ​ຈາກ​ສິງກະ​ໂປ ​ແລະ ມາ​ເລ​ເຊຍ, ພ້ອມ​ທັງ​ຢືນ​ອັນ​ດັບ​ທີ 48 ​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ດັດຊະນີ​ດັ່ງກ່າວ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ບົດ​ລາຍ​ງານ​ຂອງ UNDP ຊີ້​ໃຫ້​ເຫັນ​ວ່າ ປະ​ເທດ​ທີ່​ມີ​ອັດຕາ​ສ່ວນແມ່ຍິງ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ​ຫຼາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ​ແມ່ນ Ruanda - ເຊິ່ງແມ່ນປະ​ເທດ​ທີ່ທຸກ​ຍາກ ​ແລະ ມີ​ການພັດທະນາ​ຢ່າງ​ຊັກ​ຊ້າ​ຢູ່​ອາ​ຟລິ​ກາ​ກາງ, ຫາກ​ບໍ່​ແມ່ນ​ບັນດາ​ປະ​ເທດ​ພັ​ດທະນາ​ຄື​ອາ​ເມ​ລິ​ກາ, ​ເອີລົບ ຫຼື ບາງ​ປະ​ເທດ​ຢູ່​ອາຊີ.
ຂ່າວ/ບົດ​ອື່ນ