ຫວຽດນາມ ມານະ ພະຍາຍາມຫລຸດຜ່ອນ ການນຳເຂົ້າເກີນດຸນຈາກຕະຫຼາດຈີນ


ຫວຽດນາມ ມານະ ພະຍາຍາມຫລຸດຜ່ອນ ການນຳເຂົ້າເກີນດຸນຈາກຕະຫຼາດຈີນ - ảnh 1
(ພາບປະກອບ:
http://nld.com.vn)

(vovworld)-  ທີ່​ການ​ປະຊຸມ​ຂ່າວ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 2/6, ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ​ຢືນຢັນ​ວ່າ: ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ-​ຈີນ ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ​ໃນ​ໄລຍະ​ຍາວ​ນານ, ຫວຽດນາມ ຈະ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຂ້ຽວຂາດ​ເພື່ອ​ແນ​ໃສ່​ເພີ່ມ​ການ​ສົ່ງ​ອອກ, ຫລຸດຜ່ອນ​ການນຳ​ເຂົ້າ​ເກີນ​ດຸນ​ຈາກ​ຕະຫຼາດ​ຈີນ. ທ່ານ​ໂດ້ທັງ​ຫາຍ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ຢາກ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸນ, ຕ້ອງ​ເພີ່ມ​ຂຶ້ນ​ການ​ສົ່ງ​ອອກ, ຫລຸດຜ່ອນ​ການ​ນຳ​ເຂົ້າ. ປະຈຸ​ບັນ, ພວກ​ເຮົາ​ພວມ​ເພີ່ມ​ການ​ສົ່ງ​ອອກ​ເປັນ​ຢ່າງ​ດີ, ນັ້ນ​ແມ່ນ​ວິທີ​ປະຕິບັດ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸນ. ມາດ​ຕະການ​ທີ່​ປະຈຸ​ບັນ​ພວມ​ເຮັດ​ນັນ​ແມ່ນ​ດຳເນີນ​ການ​ຂົນຂວາຍ​ຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ. ຖ້າ​ພົນລະ​ເມືອງ​ຫວຽດນາມ ທຸກ​ຄົນນຳໃຊ້​ສິນຄ້າ​ຫວຽດນາມ ຈະ​ສ້າງ​ວົງ​ເງິນ​ການ​ຄ້າ​ບໍ່​ແມ່ນ​ໜ້ອຍ“./.

ຂ່າວ/ບົດ​ອື່ນ