ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ພາ​ລະ​ກິດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ມອບ​ສິດ​ໃຫ້​ແກ່​ແມ່​ຍິງ ແລະ ເດັກ​ຍິງ

(VOVWORLD) - ວັນທີ 11 ມີນາ ຕາມເວລາທ້ອງຖິ່ນ, ກອງປະຊຸມຄັ້ງທີ 68 ຄະນະກຳມະການຖານະບົດບາດ ແມ່ຍິງ (CSW68) ຂອງສະພາເສດຖະກິດ, ສັງຄົມ ສປຊ (ECOSOC) ໄດ້ໄຂຂຶ້ນຢູ່ສຳນັກງານສປຊ ຢູ່ ນິວຢອກ, ອາເມລິກາ.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ພາ​ລະ​ກິດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ, ມອບ​ສິດ​ໃຫ້​ແກ່​ແມ່​ຍິງ ແລະ ເດັກ​ຍິງ - ảnh 1ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ກອງປະຊຸມ 

ກອງປະຊຸມມີຫົວຂໍ້ “ຍູ້ໄວການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ, ຮັບຮອງເອົາການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີລະບອບລະບຽບການ ແລະ ສະໜອງການເງິນທີ່ມີການຄິດເຖິງ ແງ່ມູມຍິງ - ຊາຍ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເນັ້ນໜັ້ກວ່າ ໂລກຕ້ອງສຸມໃສ່ຊ່ວຍເຫຼືອແມ່ຍິງ ບືນຕົວຂຶ້ນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວໃນການດຳລົງຊີວິດດ້ານເສດຖະກິດ, ການເມືອງ ແລະ ສັງຄົມ, ຍູ້ແຮງກ່ວາອີກກ່ຽວກັບການເຂົ້າຮ່ວມຂອງແມ່ຍິງ ໃນບັນດາກົນໄກອອກຄຳຕັດສິນກ່ຽວກັບການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ, ເພື່ອແນໃສ່ໜູນຊ່ວຍເປົ້າໝາຍຫຼຸດຜ່ອນຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງແຮງ ແລະ ມີປະສິດທິຜົນກ່ວາ, ຮັບປະກັນການຫາເງິນລ້ຽງຊີບຜ່ານການ Startup ແລະ ນະວັດຕະກຳ. ທ່ານນາງຮອງປະທານປະເທດ ສະເໜີວ່າ:

ໃນຕະຫຼອດກະແສຂອງຍຸກສະໄໝ, ແມ່ຍິງຍາມໃດກໍ່ແມ່ນທູດສັນຕິພາບ ແລະ ຄວາມເມດຕາປານີ, ແມ່ນກຳລັງທີ່ບໍ່ສາມາດຂາດໄດ້, ມີຄວາມໝາຍຕັດສິນຊີ້ຂາດໃນທຸກຂະບວນການແຫ່ງສັນຕິພາບ, ຄວາມໝັ້ນຄົງ, ຄວາມກ້າວໜ້າສັງຄົມ ແລະ ການພັດທະນາແບບຍືນຍົງ. ເພາະສະນັ້ນ, ໃນສະພາບການລວມຍັງມີຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການຄືໃນປັດຈຸບັນ, ບັນດາຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ຂອງແມ່ຍິງຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ໃຫ້ປະກົດຜົນເປັນຈິງ ດ້ວຍບັນດາຄຳໝັ້ນສັນຍາ ແລະ ແຫຼ່ງກຳລັງທີ່ເໝາະສົມ. ໃນຂັ້ນຕອນນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ພາລະກິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ຜ່ານນັ້ນ ກໍ່ປະກອບສວ່ນເຂົ້າໃນການສ້າງໂລກແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ