ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

(VOVWORLD) -ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະພາສິດທິມະນຸດ ສປຊ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ - ảnh 1ທ່ານ ໂດ໋ຮຸ່ງຫວຽດ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: baoquocte.vn)

ທ່ານ ໂດ໋ຮຸ່ງຫວຽດ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະພາສິດທິມະນຸດ ສປຊ ໃນຂະນະທີ່ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດທີ່ກອງປະຊຸມຄັ້ງທີ 50 ຂອງສະພາສິດທິມະນຸດ ສປຊ ພວມດຳເນີນຢູ່ນະຄອນ ເຊີແນວ, ປະເທດສະວິດ.

ດ້ວຍຖານະເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 50 ສະພາສິດທິມະນຸດ ສປຊ, ທ່ານ ໂດ໋ຮຸ່ງຫວຽດ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ເມື່ອບັນດາປະເທດສາມາດພ້ອມກັນແລກປ່ຽນປຶກສາຫາລື, ພ້ອມກັນສະເໜີບັນດາມາດຕະການສຳລັບຫຼາຍບັນຫາ, ໃນນັ້ນ ມີບັນຫາສິດທິມະນຸດ, ການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູເສດຖະກິດໂລກຫຼັງໂລກລະບາດໂຄວິດ - 19.

ທ່ານ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ລິເລີ່ມລະອຽດ, ໂດຍສະເພາະແມ່ນ “ການປ່ຽນແປງຂອງດິນຟ້າອາກາດ ແລະ ສິດສະບຽງອາຫານ”, ບັນດາບັນຫາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ຫວຽດນາມ ຈະແບ່ງປັນບົດຮຽນປະສົບການໃນວິວັດການຫັນປ່ຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບດີຂຶ້ນ. ນອກຈາກນັ້ນແລ້ວ, ຫວຽດນາມ ຍັງເຊີດຊູບົດບາດສຳຄັນຂອງແມ່ຍິງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ