ຫວຽດ​ນາມ​ ມາ​ນະ​ພະ​ຍາ​ຍາມ​​ສ້າງ, ປັບ​ປຸງລະ​ບົບ​ກົດ​ໝາຍ, ເສດ​ຖະ​ກິດ, ການ​ເງິນ​ ໃຫ້​ສົມ​ບູນ​ແບບ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໜູນ​ຊ່ວຍແກ່​ການ​ກໍ່​ການ​ຮ້າຍ

(VOVWORLD) -        ຕອນຄ່ຳວັນທີ 6 ສິງຫາ ປີ 2020, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນມິນຫວູ ໄດ້ເຂົ້າຮ່ວມວາລະປຶກສາຫາລືເປີດທາງອອນລາຍ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ແກ້ໄຂສາຍສຳພັນລະຫວ່າງ ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ” ໂດຍທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ເປັນປະທານ.
ຫວຽດ​ນາມ​ ມາ​ນະ​ພະ​ຍາ​ຍາມ​​ສ້າງ, ປັບ​ປຸງລະ​ບົບ​ກົດ​ໝາຍ, ເສດ​ຖະ​ກິດ, ການ​ເງິນ​ ໃຫ້​ສົມ​ບູນ​ແບບ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໜູນ​ຊ່ວຍແກ່​ການ​ກໍ່​ການ​ຮ້າຍ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມມິນຫວູ (ພາບ:TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມມິນຫວູ ໄດ້ຢັ້ງຢືນວ່າ ບັນດາປະເທດສະມາຊິກມີຄວາມຮັບຜິດຊອບແຖວໜ້າໃນວຽກງານຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳ ທີ່ມີການຈັດຕັ້ງ; ບັນດາການເຄື່ອນໄຫວເພື່ອແນໃສ່ແກ້ໄຂບັນຫານີ້ ຕ້ອງໄດ້ດຳເນີນບົນພື້ນຖານເຄົາລົບບັນດາຫຼັກການຂອງ ກົດບັດ ສປຊ, ກົດໝາຍສາກົນ, ໂດຍສະເພາະແມ່ນເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດກ່ຽວຂ້ອງ, ປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກ ຂອງ ສປຊ ແລະ ມະຕິຕ່າງໆທີ່ກ່ຽວຂ້ອງ ຂອງ ກອງປະຊຸມ ສະມັດຊາ ໃຫຍ່ ແລະ  ສະພາຄວາມໝັ້ນຄົງ ສປຊ.

        ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຟ້າມມິນຫວູ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມໃນການສ້າງ, ປັບປຸງລະບົບກົດໝາຍ, ເສດຖະກິດ, ການເງິນໃຫ້ສົມບູນແບບ ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໜູນຊ່ວຍແກ່ການກໍ່ການຮ້າຍ, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆທີ່ມີການຈັດຕັ້ງ, ພ້ອມທັງປະຕິບັດບັນດາພັນທະທີ່ສອດຄ່ອງກັບມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ