ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ

ຫວຽດນາມ - ມຽນມາ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ - ảnh 1
ທ່ານ​ພົນ​ຈັດຕະວາ Kyaw Kyaw Tun ແລະ ທ່ານ​ລັດຖະມົນຕີກະຊວງ​ຕຳຫຼວດ ​ເຈິ່ນດ້າຍ​ກວາງ

(vovworld) - ວັນ​ທີ 19/11, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ພາຍ​ໃນ ສ. ສະຫະພາບ ມຽນມາ ​ໂດຍ​ພົນ​ຈັດຕະວາ Kyaw Kyaw Tun, ຮອງ​ລັດຖະມົນຕີ​ ກະຊວງ​ພາຍ​ໃນ ສ. ສະຫະພາບ ມຽນມາ ​ເປັນ​ຫົວໜ້າຄະນະ, ມາ​ເຂົ້າຮ​່ວມກອງ​ປະ​ຊູ​ມຄູ່​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນຮອງ​ລັດຖະມົນຕີຄັ້ງທີໜຶ່ງລະ​ຫວ່າ​ງກະຊວງ​ຕຳຫຼວດ ຫວຽດນາມ ກັບ ກະຊວງ​ພາຍ​ໃນ ສ. ສະຫະພາບ ມຽນມາ, ທ່ານ​ລັດຖະມົນຕີກະຊວງ​ຕຳຫຼວດ ຫວຽດນາມ, ​ເຈິ່ນດ້າຍ​ກວາງ ​ເນັ້ນໜັກວ່າ: ​ໂດຍປະຕິບັດ​ສັນຍາ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ ຫວຽດນາມ - ມຽນມາ ​ໃນ​ຂົງ​ເຂດການ​ຕໍ່ສູ້​ປ້ອງກັນ, ຕ້ານ​ອາ​ຊະ​ຍາ​ກຳ,  ກະຊວງ​ຕຳຫຼວດ ຫວຽດນາມ - ກະຊວງ​ພາຍ​ໃນ ມຽນມາ ​ໄດ້​ຊຸກຍູ້, ​ ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຕໍ່ສູ້ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳຂ້າມ​ຊາດ; ປົກ​ປັກ​ຮັກສາຄວາມ​ສະຫງົບ​, ຄວາມ​ເປັນລະບຽບຮຽບຮ້ອຍໃນທົ່ວ​ສັງຄົມ, ບັນລຸ​ບັນດາໝາກຜົນ​ອັນ​ດີງາມ, ຮັບປະກັນຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບຮຽບຮ້ອຍຂອງ​ແຕ່ລະ​ປະ​ເທດ. ບົນ​ຈິດ​ໃຈ​ຮ່ວມ​ມື​ເພື່ອສັນຕິພາບ, ຄວາມໝັ້ນຄົງ ​ແລະ ຄວາມ​ສະຫງົບຂອງແຕ່ລະ​ປະ​ເທດ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ມຽນມາ ຕ້ອງຍູ້​ແຮງ​ການເພີ່ມ​ທະວີ​ສົມທົບ​ກັນຕໍ່ສູ້​ປ້ອງກັນ, ຕ້ານ​ອາ​ຊະ​ຍາ​ກຳ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ງານປົກປັກ​ຮັກສາຄວາມ​ສະຫງົບ​ແຫ່ງ​ຊາດ; ບັນລຸ​ໄດ້​ໝາກຜົນ​ແທດ​ຈິງ​ກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື.



ຂ່າວ/ບົດ​ອື່ນ