ຫວຽດນາມ ຢ້ັງຢືນຄໍາໝັ້ນສັນຍາເຂົ້າຮ່ວມຄວາມມານະພະຍາຍາມລວມຕ້ານການອຸປະຖໍາກໍ່ການຮ້າຍ

(VOVWORLD) -ນີ້ກໍແມ່ນມະຕິສະບັບທໍາອິດ ທີ່ເຕື້ອງເຖິງບັນດາດັ່ງກ່າວໂດຍສະເພາະ.
ຫວຽດນາມ ຢ້ັງຢືນຄໍາໝັ້ນສັນຍາເຂົ້າຮ່ວມຄວາມມານະພະຍາຍາມລວມຕ້ານການອຸປະຖໍາກໍ່ການຮ້າຍ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ  ກ່າວຄໍາເຫັນທີ່ສະພາຄວາມໝັ້ນຄົງ ສປຊ (ພາບ:TTXVN)

ວັນທີ 28 ມີນາ, ພາຍໃຕ້ການເປັນປະທານຂອງຝລັ່ງ, ປະທານຜັດປ່ຽນ ເດືອນ ມີນາ 2019, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງການປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ສະກັດກັ້ນ ແລະ ຕ້ານການອຸປະຖໍາໃຫ້ແກ່ການກໍ່ການຮ້າຍ”. ທີ່ວາລະປຶກສາຫາລື, ສະພາຄວາມໝັ້ນຄົງ ສປຊ ໄດ້ລົງຄະແນນສຽງເຫັນດີຮັບຮອງເອົາ ມະຕິ ໂດຍ ຝລັ່ງຮຽບຮຽງກ່ຽວກັບການຕ້ານການກໍ່ການຮ້າຍ, ໃນນັ້ນ ໄດ້ກໍານົດກ່ຽວມາດຕະການໃໝ່ຫຼາຍຢ່າງ ແລະ ລະອຽດ ເພື່ອແນໃສ່ເພີ່ມທະວີປະສິດທິຜົນໃນວຽກງານຕ້ານການອຸປະຖໍາໃຫ້ແກ່ການກໍ່ການຮ້າຍ. ນີ້ກໍແມ່ນມະຕິສະບັບທໍາອິດ ທີ່ເຕື້ອງເຖິງບັນດາດັ່ງກ່າວໂດຍສະເພາະ. ມະຕິມີລັກສະນະຜູກມັດສະບັບນີ້ ໄດ້ຮຽບຮຽງ ຕາມພາກທີ 7 ຂອງ ກົດບັດສະຫະປະຊາຊາດ, ຕາມນັ້ນແລ້ວ ປະເທດສະມາຊິກຂອງ ສປຊ ໃດ ທີ່ບໍ່ປະຕິບັດຕາມມະຕິສະບັບດັ່ງກ່າວ ຈະຖືກລົງໂທດ. ມະຕິກໍຮຽກຮ້ອງໃຫ້ບັນດາປະເທດສ້າງຕັ້ງອົງການລາຊະການລັບຮັບໃຊ້ໃຫ້ແກ່ການສືບສວນບັນດາກໍລະນີ ທີີ່ກ່ຽວຂ້ອງເຖິງການອຸປະຖໍາໃຫ້ແກ່ການກໍ່ການຮ້າຍ ແລະ ແບ່ງປັນຂໍ້ມູນຂ່າວສານຢ່າງກວ້າງຂວາງກ່ຽວກັບບັນຫາດັ່ງກ່າວ.

        ກ່າວຄໍາເຫັນທີ່ສະພາຄວາມໝັ້ນຄົງ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເນັ້ນໜັ້ກວ່າ ຄວນສຸມໃສ່ປະຕິບັດບັນດາພັນທະຕາມບັນດາມະຕິທີ່ ສະພາຄວາມໝັ້ນຄົງ ສປຊ ພວມປະກາດໃຊ້ ໃຫ້ຄົບຖ້ວນ, ພ້ອມທັງຊົມເຊີຍເລື່ອງສະພາຄວາມໝັ້ນຄົງ ສປຊ ເຫັນດີຮັບຮອງເອົາ ມະຕິສະບັບໃໝ່ວ່າດ້ວຍການຕ້ານການອຸປະຖໍາໃຫ້ແກ່ການກໍ່ການຮ້າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ