(VOVWORLD) - ບັນດາການເຄື່ອນໄຫວນີ້ຊ່ວຍກວດພົບບັນດາບັນຫາກ່ຽວກັບສຸຂະພາບໂດຍໄວ, ພິເສດແມ່ນໃນເງື່ອນໄຂອາກາດຮ້າຍແຮງ ແລະ ສະພາບການເຮັດວຽກທີ່ມີຄວາມກົດດັນຫຼາຍຢ່າງຢູ່ຊູດັງໃຕ້.
ນາຍທະຫານຫວຽດນາມ ແນະນຳ ກ່ຽວກັບທັກສະປະຖົມພະຍາບານສຸກເສີນ |
ເພື່ອແນໃສ່ ຮັກສາສຸຂະພາບ ແລະ ຍົກສູງຄວາມສາມາດດ້ານການແພດຂອງກຳລັງປົກປັກຮັກສາສັນຕິພາບ ສປຊ, ໂຮງໝໍກາງສະໜາມລະດັບສອງເລກ 6 (ກະຊວງປ້ອງກັນປະເທດ ຫວຽດນາມ) ຫາກໍ່ຜັນຂະຫຍາຍສຳເລັດບັນດາການເຄື່ອນໄຫວລວມມີການກວດພະຍາດປະຈຳໄຕມາດ ແລະ ຝືກອົບຮົບທັກສະປະຖົມພະຍາບານສຸກເສີນ ໃຫ້ແກ່ບັນດານາຍທະຫານ ແລະ ບັນດາກົມກອງຈັດສົ່ງນາຍທະຫານພວມປະຕິບັດໜ້າທີ່ຢູ່ ເຂດ Unity, ຊູດັງໃຕ້.
ບັນດາການເຄື່ອນໄຫວນີ້ຊ່ວຍກວດພົບບັນດາບັນຫາກ່ຽວກັບສຸຂະພາບໂດຍໄວ, ພິເສດແມ່ນໃນເງື່ອນໄຂອາກາດຮ້າຍແຮງ ແລະ ສະພາບການເຮັດວຽກທີ່ມີຄວາມກົດດັນຫຼາຍຢ່າງຢູ່ຊູດັງໃຕ້. ທ່ານ Marco Latorre ຜູ້ບັນຊາການກົມກອງທະຫານເຮືອ ຢູ່ຄະນະປະຕິບັດງານ ຢູ່, ຊູດັງໃຕ້ ແບ່ງປັນວ່າ:
ບັນດາຊຸດຝືກອົບຮົບນີ້ມີຄວາມສຳຄັນທີ່ສຸດ, ຊ່ວຍພວກຂ້າພະເຈົ້າຍົກສູງຄວາມຮັບຮູ້ກ່ຽວກັບວຽກງານປະຖົມພະຍາບານ, ປະກອບບັນດາທັນສະທີ່ຈຳເປັນໃຫ້ແກ່ກຳລັງນາຍທະຫານ ເພື່ອປົກປ້ອງຕົນເອງ ແລະ ເພື່ອນຮ່ວມກົມກອງໃນວິວັດການປະຕິບັດໜ້າທີ່ຢູ່ກຳລັງປົກປັກຮັກສາສັນຕິພາບ ສປຊ. ຂອບໃຈເພື່ອນໆຫວຽດນາມ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍນີ້.
ທ່ານພັນຕີ ນາງ Phichayathida Ratanapirom, ກອງທັບລາຊະອານາຈັກ ໄທ ໃຫ້ຮູ້ວ່າ:
ປັດຈຸບັນ, ຂ້າພະເຈົ້າພວມເຮັດວຽກຢູ່ຄະນະປະຕິວັດວຽກງານພົນລະເຮືອນ ຢູ່ເຂດ Unity. ມື້ນີ້, ເຂົ້າຮ່ວມຊຸກບຳລຸງສ້າງນີ້ຂ້າພະເຈົ້າຮູ້ສຶກມີປະໂຫຍດຫຼາຍ, ຊ່ວຍເພີ່ມທະວີຄວາມສາມາດຮັບມືກັບວຽກງານໂດຍໄວ, ຂໍຂອບໃຈໂຮງໝໍກາງສະໜາມຂັ້ນສອງເລກ 6 ຫວຽດນາມ.