ຫວຽດ​ນາມ ຢືນ​ຢັນ ຄວນ​ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ເກີດ​ການ​ຂັດ​ແຍ່ງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ

(VOVWORLD) -  ວັນທີ 20 ທັນວາ, ແອັດສໂຕນີ ແລະ ອັງກິດ ເປັນປະທານຮ່ວມຈັດຕັ້ງກອງປະຊຸມທາງໄກແບບ Arria ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ສະກັດກັ້ນການກະທຳບໍ່ດີໃນອິນເຕີເນັດສົ່ງຜົນກະທົບຕໍ່ປະຊາຊົນ". 
ຫວຽດ​ນາມ ຢືນ​ຢັນ ຄວນ​ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ເກີດ​ການ​ຂັດ​ແຍ່ງ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ, ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃນການແບ່ງປັນຂໍ້ມູນຂ່າວສານ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນຄວາມສ່ຽງເກີດການຂັດແຍ່ງກັນຢູ່ອິນເຕີເນັດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການກະທຳຢູ່ອິນເຕີເນັດ ຕ້ອງສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ, ປະຕິບັດບັນດາຫຼັກການໂດຍສະໝັກໃຈ, ບໍ່ຜູກມັດກ່ຽວກັບການກະທຳທີ່ມີຄວາມຮັບຜິດຊອບຂອງປະເທດຊາດໃນເຄືອຂ່າຍອິນເຕີເນັດ. ໃນສະພາບເກີດການຂັດແຍ້ງກັນ, ທຸກໆຝ່າຍຕ້ອງມີຄວາມຮັບຜິດຊອບປະຕິບັດກົດໝາຍມະນຸດສະທຳ, ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນ. ຜູ້ຕາງໜ້າ ຫວຽດນາມ ກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການສ້າງຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ມີສະຖຽນລະພາບ, ໂປ່ງໃສ, ຕອບສະໜອງຜົນປະໂຫຍດອັນຊອບທຳຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ.

        ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ