ຫວຽດນາມ ຢືນອັນດັບທີ 1 ທົ່ວຄະນະນັກກິລາພາຍຫຼັງມື້ແຂ່ງຂັນສຸດທ້າຍຢູ່ SEA Games 32

(VOVWORLD) - ຜົນງານດັ່ງກ່າວໄດ້ຊ່ວຍໃຫ້ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງ, ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນລາງວັນຂອງ SEA Games 32.
ຫວຽດນາມ ຢືນອັນດັບທີ 1 ທົ່ວຄະນະນັກກິລາພາຍຫຼັງມື້ແຂ່ງຂັນສຸດທ້າຍຢູ່  SEA Games 32 - ảnh 1ຫວຽດນາມ ຢືນອັນດັບທີ 1 ທົ່ວຄະນະນັກກິລາຢູ່  SEA Games 32
(ພາບ: TTXVN)

        ວັນທີ 16 ພຶດສະພາ, ແມ່ນມື້ແຂ່ງຂັນສຸດທ້າຍຂອງງານມະຫາກຳລິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games 32) ຢູ່ ກຳປູເຈຍ. ໃນວັນທີ 16 ພຶດສະພາ ນີ້, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 12 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ. ຜົນງານດັ່ງກ່າວໄດ້ຊ່ວຍໃຫ້ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 136 ຫຼຽນຄຳ, 105 ຫຼຽນເງິນ ແລະ 114 ຫຼຽນທອງ, ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບຫຼຽນລາງວັນຂອງ SEA Games 32. ສິ້ນສຸດ SEA Games 32, ກິລາປະເພດມວຍປ້ຳແມ່ນປະເພດກິລາຄວ້າໄດ້ຫຼຽນຄຳຫຼາຍທີ່ສຸດໃຫ້ແກ່ຄະນະນັກກິລາ ຫວຽດນາມ ດ້ວຍ 13 ຫຼຽນຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ