ຫວຽດນາມ ຢາກເພີ່ມທະວີການຮ່ວມມື ອາຊຽນ - ຍີ່ປຸ່ນ ຮັບປະກັນຄວາມປອດໄພການເດີນທະເລ

ຫວຽດນາມ ຢາກເພີ່ມທະວີການຮ່ວມມື ອາຊຽນ - ຍີ່ປຸ່ນ ຮັບປະກັນຄວາມປອດໄພການເດີນທະເລ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພ້ອມກັບບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ
(ພາບ: Hữu Thắng/Vietnam+)

(vovworld) - ວັນ​ທີ 13/3, ກອງ​ປະຊຸມ​ຂັ້ນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ - ຍີ່ປຸ່ນ​ ຄັ້ງ​ທີ 4 ທີ່​ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ. ທ່ານ ພົນ​ໂທ ຫງວຽນ​ຈີ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ້ງ ​ເນ​ັ້ນໜັກ​​ເຖິງ ສະພາບ​ການ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ບັນດາ​ໄພ​ອັນຕະລາຍ ​ແລະ ການ​ທ້າ​ທາຍ ​ກໍ່​ຄືຊີ້​ໃຫ້​ເຫັນ​ບັນດາ​​ທິດ​ທາງ​ຮ່ວມ​ມື ອາ​ຊຽນ - ຍີ່ປຸ່ນ ​ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​ບັນ​ດາ​ການ​ທ້າ​ທາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ປະຈຸ​ບັນ. ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ

 ຫງວຽນ​ຈີ໋ວິ້ງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຍີ່ປຸ່ນ ພ້ອມ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບປະກັນ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ​ແລະ ປະຕິບັດ​ກົດໝາຍ​ສາກົນ. ທ່ານ​ຖື​ວ່າ: ບັນດາ​ປະ​ເທດ​ຕ້ອງ​ມີ​​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ນຳ​ໃຊ້​ຄື​ກັນ ກ່ຽວ​ກັບ​ສົນທິສັນ​ຍາ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (ຫຼື UNCLOS) ປີ 1982 ​ແລະ ມີ​ການ​ປະພຶດ​ຕໍ່​ຢ່າງ​ຖືກຕ້ອງຕາມກົດໝາຍ​ສາກົນ, ​ເປີດ​ເຜີຍ, ກະຈ່າງ​ແຈ້ງ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້ຈາກ​ສາກົນ ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີ​ນ​​ທະ​ເລ ​ແລະ ​ເພື່ອສັນຕິພາບ​​ໃນພາກ​ພື້ນ.

ຂ່າວ/ບົດ​ອື່ນ