ຫວຽດນາມ ລົງນາມໃນບັນດາຂໍ້ຕົກລົງນຳເຂົ້າຜະລິດຕະພັນກະເສດທີ່ມີມູນຄ່າເກືອບ 3 ຕື້ USD ຈາກ ອາເມລິກາ
(VOVWORLD) - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ທ່ານລັດຖະມົນຕີ ໂດະດຶກຢຸຍ ເປັນປະທານວາລະປຶກສາຫາລືກ່ຽວກັບການເພີ່ມທະວີການແລກປ່ຽນການຄ້າສອງສົ້ນ (ພາບ: VOV) |
ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການປະຕິບັດງານຂອງຄະນະຜູ້ແທນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ຢູ່ບັນດາລັດ Iowa, Ohio, Maryland ແລະ ນະຄອນຫຼວງ ວໍຊິງຕັນ (ອາເມລິກາ) ແຕ່ວັນທີ 2 – 6 ມິຖຸນາ. ນີ້ແມ່ນບາດກ້າວສຳຄັນໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ.
ຄະນະປະຕິບັດງານໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ໂດະດຶກຢຸຍ ນຳໜ້າ ຄະນະຜູ້ແທນລວມມີຜູ້ຕາງໜ້າຂອງເກືອບ 50 ອົງການ, ວິສາຫະກິດກະສິກຳ ແລະ ສະຫະສະມາຄົມ ເດີນທາງໄປຍັງ ອາເມລິກາ ເພື່ອແນໃສ່ຊຸກຍູ້ການຄ້າສອງສົ້ນ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດະດຶກຢຸຍ ຢັ້ງຢືນວ່າ:
“ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ. ທີສອງແມ່ນ, ຜ່ານບັນດາເວທີປາໄສ, ການພົບປະ, ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະ ອາເມລິກາ ໄດ້ມີຂໍ້ມູນຢ່າງຄົບຖ້ວນເພື່ອມີເງື່ອນໄຂສຳພັດ, ເປີດກວ້າງຕະຫຼາດ, ປະຕິບັດບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດໃນຂົງເຂດການຄ້າສິນກະເສດສອງສົ້ນລະຫວ່າງສອງປະເທດ.”