ຫວຽດນາມ - ລາວ ຊົມເຊີຍຜົນສຳເລັດ ວຽກງານປັກຫຼັກໝາຍຊາຍແດນທາງບົກ

ຫວຽດນາມ - ລາວ ຊົມເຊີຍຜົນສຳເລັດ ວຽກງານປັກຫຼັກໝາຍຊາຍແດນທາງບົກ - ảnh 1
(ພາບປະກອບ)

(vovworld) - ​ໃນ​ໜັງ​ສືພິມ​ຕ່າງໆຂອງ​ລາວ ສະບັບອອກ​ວັນ​ທີ 02 – 03/07, ໄດ້​ລົງ​ພິມ​ບົດ​ຂຽນ​ຊີ້​ແຈ້ງ​ຄວາມ​ໝາຍ​ທີ່​ໃຫຍ່​ຫຼວງ​ຂອງ​ເຫດການ​ 2 ປະ​ເທດ​ຈະ​ຈັດ​ຕັ້ງ​ພິທີ​ຊົມ​ເຊີຍຜົນສຳ​ເລັດ​​ໃນວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ ​ແລະ ປັກ​ຫຼັກ​ໝາຍ​ເລກທີ 460 ຢູ່​ດານ​ຊາຍ​ແດນ ​ແທງ​ຖຸຍ (​ແຂວງ​ເງາະ​ອານ, ຫວຽດນາມ) ​ແລະ ນ້ຳ​ອອນ (​ແຂວງ​ບໍລິ​ຄຳ​ໄຊ, ລາວ) ສຳ​ເລັດ. ບັນດາ​ບົດ​ຂຽນ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ ຜົນສຳ​ເລັດ​ຂອງ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດ​ຮປັກ​ຫຼັກ​ໝາຍ​ຊາຍ​ແດນ ​ແມ່ນ​ເຫດການ​ສຳຄັນ​ຍິ່ງ​ໃນ​ຊີວິດທາງ​ດ້ານ​ການ​ເມືອງ - ສັງຄົມ ລະຫວ່າງ 2 ປະ​ເທດ ​ໃນ​ສະພາບທີ່ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ - ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເຂົ້າ​ສູ່​ລວງ​ເລິກ. ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ​ລະຫວ່າງ​ລາວ - ຫວຽດນາມ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​. ບັນດາ​ບົດ​ຂຽນ​ກໍ​ຊີ້​ແຈ້ງ​ຄວາມ​ສະດວກ, ຫຍຸ້ງຍາກ ​ແລະ ຄວາມຕັດ​ສິນ​ໃຈຂອງ​ບັນດາ​ກຸ່ມ​ເຮັດ​ວຽກ​ລວມ​ໃນ​ວິວັດການສຳ​ຫຼວດ, ກຳນົດ​ສະຖານທີ່​ປັກ​ຫຼັກ​ໝາຍຊານ​ແດນ. ບັນດາ​ຄວາມຫຍຸ້ງຍາກ​ນີ້ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການປັກ​ຫຼັກ​ໝາຍ​ຊາຍ​ແດນ​ເລກທີ 460 ​ສຳ​ເລັດ ແລະ ພິທີຊົມ​ເຊ​ີຍຜົນສຳ​ເລັດ​ໃນວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນ ຈະ​ເປີດ​​ອະນາຄົດ​ທີ່​ສົດ​ໃສ​​​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ແລະ ​ໄດ້ນຳ​ມາ​ເຊິ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ 2 ປະ​ເທດ. ພິທີ​ຊົມ​ເຊີຍ​ຜົນ​ສະ​ເລັດ​ໃນ​ວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນທາງ​ປົກ ​ແລະ ປັກ​ຫຼັກ​ໝາຍ​ເລກທີ 460 ສຳ​ເລັດ​ແມ່ນ​ເຫດການ​ໃຫຍ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ຈະ​ມີການ​ເຂ​ົ້າຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ.
ຂ່າວ/ບົດ​ອື່ນ